ໂຮງງານເສີມທາດປະລະມານູຂອງອີຣານ (ພາບ: IRNA/TTXVN) |
ສະຖານີໂທລະພາບແຫ່ງລັດ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງໂຄສົກລັດຖະບານວ່າ ປະເທດນີ້ິ້ຈະບໍ່ປະຕິບັດຕາມບໍ່ວ່າຂໍ້ກຳນົດໃດໆທີ່ໄດ້ວາງອອກໃນຂໍ້ຕົກລົງນິວເຄຼຍກ່ຽວກັບຈຳນວນ ຈັກພົ້ນສູນເສີມທາດ ຢູລານຽມ. ເຖິງຢ່າງໃດກໍ່ຕາມ, ບັນດາບາດກ້າວຂອງ ອີຣານອາດຈະປ່ຽນແປງ ຖ້າຫາກວ່າ ອາເມລິກາ ຍົກເລິກບັນດາມາດຕະການລົງໂທດທີ່ແນໃສ່ ອີຣານ.
ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນກ່ຽວກັບໂຕ້ຕອບທາງການທະຫານຢ່າງແຮງກັບ ອີຣານ ຖ້າຫາກວ່າ ເຕເຮຣານ ປະຕິບັດການບຸກໂຈມຕີໂຕ້ຕອບເລັ່ງໃສ່ ວໍຊິງຕັນ.





