ອີຣານ ຖະແຫຼງບໍ່ປະນິປະນອມກ່ຽວກັບໂຄງການລູກສອນໄຟ
23/12/2025 06:30
(VOVWORLD) - ວັນທີ 22 ທັນວາ, ອີຣານ ຢັ້ງຢືນວ່າ ໂຄງການລູກສອນໄຟຂອງປະເທດນີ້ ມີລັກສະນະປ້ອງກັນຕົວ ແລະ ໄດ້ຮັບການອອກແບບເພ່ື່ອສະກັດກັ້ນການບຸກໂຕມຕີຄັ້ງຕ່າງໆ.

ເມື່ອກ່າວຄຳເຫັນໃນການປະຊຸມຂ່າວປະຈຳອາທິດ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ ຊີ້ແຈ້ງວ່າ: “ໂຄງການລູກສອນໄຟ ໄດ້ຮັບການພັດທະນາເພື່ອປ້ອງກັນດິນແດນຂອງ ອີຣານ, ຫາກບໍ່ແມ່ນເພື່ອປະນິປະນອມ”, ໃນວັນດຽວກັນ, ສື່ມວນຊົນ ອີຣານ ໃຫ້ຂ່າວວ່າ ປະເທດນີ້ໄດ້ດຳເນີນບັນດາການຊ້ອມຮົບດ້ວຍລູກສອນໄຟຢູ່ຫຼາຍນະຄອນລວມມີ Tehran, Isfahan ແລະ Mashhad. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ໄດ້ກ່າວເຕືອນກ່ຽວກັບການຊ້ອມຮົບຂອງ ອີຣານ, ໂດຍຖືວ່າ ເຕເຮຣານ ພວມກໍ່ສ້າງຄືນ ແລະ ເປີດກວ້າງການຜະລິດລູກສອນໄຟນຳວິຖີພາຍຫຼັງການຮົບທີ່ແກ່ຍາວ12 ວັນ ເມື່ອເດືອນ ມິຖຸນາ ຜ່ານມາ, ແລະ ເຕເຮຣານ ອາດພວມຟື້ນຟູໂຄງການເສີມທາດນິວເຄຼຍຄືນໃໝ່ ພາຍຫຼັງຖືກເສຍຫາຍຢ່າງໜັກໜ່ວງ ຍ້ອນການບຸກໂຕມຕີທາງອາກາດຂອງ ອິດສະຣາແອັນ ແລະ ອາເມລິກາ.
TAG
VOV/VOVworld/ໂຄງການລູກສອນໄຟ/ອີຣານ
Related





