VOV WorldVOV World
​ອີຣານ​ຖະ​ແຫຼງ​ພ້ອມ​ແລ້ວ​ທີ່​ຈະ​ໂຕ້​ຕອບ​ທຸກ​ໄພ​ນາບ​ຂູ່
03/01/2026 07:40
(VOVWORLD) - ອີຣານພ້ອມແລ້ວທີ່ຈະ ວາງອອກການໂຕ້ຕອບຢ່າງແຂງແຮງສຳລັບທຸກໄພນາບຂູ່ຈາກພາຍນອກເລັ່ງໃສ່ປະເທດນີ້.
​ອີຣານ​ຖະ​ແຫຼງ​ພ້ອມ​ແລ້ວ​ທີ່​ຈະ​ໂຕ້​ຕອບ​ທຸກ​ໄພ​ນາບ​ຂູ່
ວັນທີ 2 ມັງກອນ,  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ, ພົນຕີ Aziz Nasirzadeh ໄດ້ຢັ້ງຢືນຄວາມສາມາດລູກສອນໄຟຂອງອີຣານ ແມ່ນບໍ່ສາມາດທຳລາຍຈາກລູກລະເບີດ ຫຼືບັນດາການເຈລະຈາ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ຢັ້ງຢືນກຳລັງແຮງດ້ານການທະຫານຂອງປະເທດນີ້ ພວມກ້າວເດີນຢ່າງໄກກ່ວາຫຼາຍເມື່ອທຽບໃສ່ກັບໄລຍະເກີດການປະທະກັນ 12 ວັນແລະ ຄືນກັບອິດສະລາແອັນເມື່ອເດືອນມິຖຸນາ. ຕາມນັ້ນແລ້ວ, ອີຣານ ພ້ອມແລ້ວທີ່ຈະມີການໂຕ້ຕອບຢ່າງເດັດຂາດ ແລະ ບໍ່ປະນີປະນອມ ຕໍ່ທຸກໄພນາບຂູ່ໂດຍກົງເລັ່ງໃສ່ອີຣານ. ຄຳກ່າວເຕືອນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ໄດ້ຍົກອອກມາໃນສະພາບການເກີດຂຶ້ນຫຼາຍຂ່າວຊ່າລືກ່ຽວກັບຄວາມສາມາດອາເມລິກາ ແລະ ອິດສະລາແອັນ ອາດສາມາດສືບຕໍ່ບຸກໂຈມຕີເລັງໃສ່ອີຣານ ເພື່ອສະກັດກັ້ນ ອີຣານພັດທະນາອາວຸດນິວເຄຼຍ ແລະ ເປີດກວ້າງໂຄງການລູກສອນໄຟນຳວິຖີ.
TAG
VOV/VOVworld/​ອີຣານ/​ໄພ​ນາບ​ຂູ່