ກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ຢ​ືນ​ຢັນ​ວ່າ ປະ​ຈຸ​ບັນ, ອາ​ເມ​ລິ​ກາ ບໍ່​ມີ​ທາງ​ເລືອກ​ທີ່​ດີ​ກ່ຽວ​ກັບ​ວິ​ກິດ​ການ​ໃນ​ປະ​ຈຸ​ບັນຫຼາຍ​ອີກ​ແລ້ວ. ຕາມນັ້ນ​ແລ້ວ, ອາ​ເມ​ລິ​ກາ ຈະ​ຕ້ອງ​ດຳ​ເນີນບັ້ນ​ການ​ທະ​ຫານບໍ່​ອາດ​ເປັນ​ໄປ​ໄດ້, ຫຼື ຕ້ອງຍອມ​ຮັບ​ຂໍ້​ຕົກ​ລົງ​ຮ້າຍ​ແຮງ​ກັບ ອີ​ຣານ.

ຄຳ​ກ່າວ​ເຕືອນ​ໂດຍ IRGC ຍົກ​ອອກ​ມາ​ໃນ​ວັນ​ທີ 03 ພຶດ​ສະ​ພາ, ບໍ່​ຮອດ​ເວ​ລາ 1 ວັນ​ເມື່ອ​ທ່ານ Kazem Gharibabadi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ອີ​ຣານ ຍົກ​ອອ​ກ​ຄຳ​ຖະ​ແຫຼງ​ກັບບັນ​ດາ​ນັກ​ການ​ທູດຢ​ູ່ ເຕ​ເຮ​ຣານ​ ທີ່​ວ່າ, ປະ​ຈຸ​ບັນ ວໍ​ຊິງ​ຕັນ ຕ້ອງ​ເລືອກ​ເອົາ​ລະ​ຫວ່າງ​ມາ​ດ​ຕະ​ການ​ດ້ານ​ການ​ທູດ, ຫຼື ສືບ​ຕໍ່​ດຳ​ເນີນ​ວິ​ທີ​ສຳ​ພັດ​ປະ​ເຊີນ​ໜ້າ​ແຂງ​ກະ​ດ້າງ​ກັບ ເຕ​ເຮ​ຣານ. ກ່ຽວ​ກັ​ບ​ຝ່າຍ ອີ​ຣານ, ປະ​ເທດນີ້​ໄດ້​ກະ​ກຽມ​ໃຫ້​ແກ່​ທັງ 2 ແຜນ​ການ​ດັ່ງ​ກ່າວ​.

ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 03 ພຶດ​ສະ​ພາ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖະ​ແຫຼງ​ຜັນ​ຂະ​ຫຍາຍບັ້ນ​ໜູນ​ຊ່ວຍ​ບັນ​ດາ​ກຳ​ປັ່ນ​ພວມ​ຕິດ​​ຄ້າງ​ຢູ່​ຊ່ອ​ງ​ແຄບ​ທະ​ເລ Hormuz, ເລີ່ມ​ແຕ່​ຕອ​ນ​ເຊົ້າ​ວັນ​ທີ 04 ພຶດ​ສະ​ພາ, ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຢູ່​ພາກ​ພື້ນ​ສືບ​ຕໍ່​ເພີ່ມ​ຂຶ້ນ. ໃນ​ບົດ​ຂຽນ​ເອົາ​ລົງ​ໃນ​ຊື່​ສັງ​ຄົມ​ອອນ​ໄລ​ຼ Truth Social ໃນ​ຕອນ​ບ່າຍ​ວັນ​ທີ 03 ພຶດ​ສະ​ພາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໃຫ້​ຮູ້​ວ່າ, ບັ້ນ​ເຄື່ອນ​ໄຫວ​ນີ້​ມີ​ລັກ​ສະ​ນະ “​ມະ​ນຸດ​ສະ​ທຳ”, ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ເປັນ​ກາງ ບໍ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ, ອິດ​ສະ​ຣາ​ອັນ ແລະ ອີ​ຣານ.