ເນື່ອງໃນໂອກາດສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 - 19/5/2026), ອົງຄະນະພັກ ຫວຽດນາມ ປະຈຳຢູ່ ລາວ ໄດ້ຈັດການຂະບວນການ “ເດີນທາງ ຕາມຮ້ອຍຕິນຂອງປະທານ ໂຮ່ຈີມິນ” ຢູ່ເຂດພາກກາງ ລາວ ໃນວັນທີ 15 ແລະ 16 ພຶດສະພາ. ນີ້ແມານການເຄື່ອນໄຫວດ້ານການເມືອງ, ວັດທະນະທຳທີ່ມີຄວາມໝາຍເລິກເຊິ່ງ.
ເຂົ້າຮ່ວມເຫດການມີຜູ້ແທນກວ່າ 120 ທ່ານໂດຍທ່ານ ຫງວຽນມິງເຕິນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເປັນຫົວໜ້າຄະນະ. ພ້ອມກັບການເຂົ້າຮ່ວມເປັນຈຳນວນຫຼາຍຂອງພະນັກງານ, ສະມາຊິກພັກຂອງສະຖານທູດ ຫວຽດນາມ ປະຈຳ ລາວ, ບັນດາອົງການຄ້າງສະຖານທູດ ຫວຽດນາມ ປະຈຳ ລາວ, ພ້ອມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ໄດ້ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ລາວ ເປັນຈຳນວນຫຼາຍ.
ໃນວັນທີ 16 ພຶດສະພາ, ຢູ່ເຂດຮ່ອງຮອຍປະຫວັດສາດປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ແຂວງ ໜອງບົກ, ແຂວງ ຄຳມ່ວນ, ລາວ, ອົງຄະນະພັກ ຫວຽດນາມ ປະຈຳລາວ ໄດ້ເປັນກຽດຈັດພິທີຖະຫວາຍດອກໄມ້, ຈຸດທູບໃຕ້ທຽນຕໍ່ຈິດວິນຍານຂອງປະທານ ໂຮ່ຈີມິນ, ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳອັນຍິ່ງໃຫຍ່ຂອງຊາດ ຫວຽດນາມ, ເພື່ອນມິດຍິ່ງໃຫຍ່ທີ່ສະໜິດສະໜົມຂອງປະຊາຊົນ ລາວ ບັນດາເຜົ່າ.





.jpg)