ການເຄື່ອນໄຫວສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2019)
26/07/2019 10:44
(VOVWORLD) - ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງຮ່ອນເດິດ ແຂວງກຽນຢາງ ໄດ້ຈັດພິທີອາໄລຫາ ແລະ ປົງອັດຖິ ທະຫານອາສະສະໝັກ, ຜູ້ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນສົງຄາມຄັ້ງຕ່າງໆຢູ່ກຳປູເຈຍ.
ພິທີອາໄລຫາຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງຮ່ອນເດິດ ແຂວງກຽນຢາງ ທີ່ພິທີ, ທ່ານ ໂດ໋ແທັງບິນ, ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໄດ້ເນັ້ນໜັກວ່າ: ການເສຍສະຫຼະຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຍາມໃດກໍ່ຕິດພັນກັບພາລະກິດອັນສະຫງ່າລາສີຂອງປະເທດຊາດ ແລະ ຊົນຊາດຕະຫຼອດໄປ; ປະກອບສ່ວນເຮັດໃຫ້ປະເທດຊາດຫວຽດນາມ ໄດ້ຮັບສັນຕິພາບ, ເອກະພາບ, ປະເທດເພື່ອນມິດກຳປູເຈຍ ໄດ້ຮັບການຟື້ນຟູ ແລະ ນ້ຳໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ-ກຳປູເຈຍ ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. ທ່ານເອກອັກຄະລັດຖະທູດຫງວຽນບາຮຸ່ງກ່າວຄຳເຫັນທີ່ພິທີ
TAG
VOV/VOVworld/ສະຖານທູດຫວຽດນາມປະຈຳລາວ/ທ່ານເອກອັກຄະລັດຖະທູດຫງວຽນບາຮຸ່ງ
Related





