ການນຳ ສປປ.ເກົາຫຼີ Kim Jong – un (ພາບ: TTXVN) |
ຕາມ KCNA ແລ້ວ, ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ ເພື່ອກວດກາ “ໜ້າທີ່ຍຸດທະສາດ” ຂອງບັນດາກົມກອງທະຫານສຳຄັນໃນການຮັບມືກັບ “ສະພາບການທະຫານຢູ່ອ້ອມຂ້າງແຫຼມເກົາຫຼີ”, ແລະ ຮັບຮອງເອົາ “ບັນຊີລາຍຊື່ແຜນການຜະລິດ ລູກປືນທີ່ສຳຄັນ”.
KCNA ໃຫ້ຮູ້ວ່າ ການນຳ KIM Jong-un ໄດ້ ເຊັນຄຳສັ່ງປະຕິບັດບັນດາໜ້າທີ່ທີ່ໄດ້ປຶກສາຫາລືຢູ່ກອງປະຊຸມຄັ້ງນີ້ ແລະ ບັນດາມາດຕະການທີ່ໄດ້ວາງອອກຢູ່ກອງປະຊຸມນັ້ນຈະ ແມ່ນ “ຂໍ້ຕົກລົງປະຫວັດສາດ” ເພື່ອຮັບປະກັນກຳລັງແຮງດ້ານການທະຫານຂອງ ສປປ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, KCNA ບໍ່ໄດ້ຍົກອອກບັນດາມາດຕະການ ທີ່ກ່ຽວຂ້ອງເຖິງການ “ສະກັດກັ້ນສົງຄາມ” ໄດ້ປຶກສາຫາລືຢູ່ກອງປະຊຸມຢ່າງຈະແຈ້ງ








