ວັນທີ 4 ສິງຫາ, ທ່ານ Esmaeil Baghaei, ໂຄສົກກະຊວງການຕ່າງປະເທດ ອີຣານ, ໃຫ້ຮູ້ວ່າ ວິວັດການເຈລະຈາລະຫວ່າງປະເທດນີ້ ແລະ ໂອມານ ກ່ຽວກັບການເຄື່ອນໄຫວໃນການເດີນເຮືອຢູ່ຊ່ອງແຄບທະເລ Hormuz ພວມດຳເນີນຕາມທິດຕັ້ງໜ້າ, ສຸມໃສ່ການສ້າງບັນດາເສັ້ນທາງເດີນເຮືອທີ່ປອດໄພໃຫ້ແກ່ກຳປັ່ນ.
ເມື່ອຕອບສຳພາດຕໍ່ນັກຂ່າວຂອງສະຖານີວິທະຍຸ - ໂທລະພາບ ສ.ອິດມະລາມ ອີຣານ (IRIB), ທ່ານ Esmaeil Baghaei, ໂຄສົກກະຊວງການຕ່າງປະເທດ ອີຣານ ຢັ້ງຢືນວ່າ ບັນດາການປຶກສາຫາລືໄດ້ດຳເນີນຢູ່ທັງຂັ້ນເຕັກນິກ ແລະ ການເມືອງ. ຕາມທ່ານແລ້ວ, ເຕເຮຣານ ພວມປະສານສົມທົບກັບ Muscat ສ້າງກົນໄກຄວບຄຸມການເຄື່ອນໄຫວຂົນສົ່ງຜ່ານຊ່ອງແຄບທະເລ Hormuz ໃນໄລຍະຈະມາເຖິງ.
ແລະກໍ່ໃນວັນດຽວກັນ, ທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ອາເມລິກາ ຖະແຫຼງວ່າ ວໍຊິງຕັນ ແລະ ເຕເຮຣານ ອາດສາມາດບັນລຸໄດ້ຂໍ້ຕົກລົງພາຍໃນ 1 – 2 ວັນຈະມາເຖິງ ເພື່ອແນໃສ່ຟື້ນຟູບັນດາການເຄື່ອນໄຫວໃນການເດີນເຮືອຢູ່ຊ່ອງແຄບທະເລ Hormuz ໃຫ້ເປັນປົກກະຕິ, ຜ່ານນັ້ນ ກໍ່ຮັບປະກັນສິດເສລີໃນການເດີນເຮືອຂອງກຳປັ່ນການຄ້າ.




