VOV WorldVOV World
ການ​ພົວ​ພັນ​ລະ​ຫວ່າງ ຈີນ - ຍີ່​ປຸ່ນ ຢືນ​ຢູ່​ຕໍ່ໜ້າ​ກາ​ລະໂອ​ກາດ​ແຫ່ງ​ການພັດ​ທະ​ນາ​ທີ່​ສຳ​ຄັນ
24/12/2019 09:10
(VOVWORLD) -ຕອນບ່າຍວັນທີ 23 ທັນວາ, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ 3 ຝ່າຍກັບປະເທດຈີນ ແລະ ສ.ເກົາຫຼີ ຢູ່ ນະຄອນເຈິ້ງຕູ ປະເທດຈີນ.
ການ​ພົວ​ພັນ​ລະ​ຫວ່າງ ຈີນ - ຍີ່​ປຸ່ນ ຢືນ​ຢູ່​ຕໍ່ໜ້າ​ກາ​ລະໂອ​ກາດ​ແຫ່ງ​ການພັດ​ທະ​ນາ​ທີ່​ສຳ​ຄັນ
ທ່ານປະທານປະເທດຈີນ ສີຈິ້ນຜິງພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: THX/TTXVN) ປະທານປະເທດຈີນຖືວ່າ ການພົວພັນສອງຝ່າຍພວມຢືນຢູ່ຕໍ່ໜ້າ “ກາລະໂອກາດແຫ່ງການພັດທະນາທີ່ສຳຄັນ”, ຢັ້ງຢືນວ່າ ພ້ອມແລ້ວທີ່ຈະພ້ອມກັບ ຍີ່ປຸ່ນຮັກສາການແລກປ່ຽນຢ່າງແໜ້ນແຟ້ນ, ເພີ່ມທະວີບົດບາດເປັນເຈົ້າພາທາງດ້ານການເມືອງ, ຊຸກຍູ້ການພົວພັນລະຫວ່າງ ສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.         ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ຕີລາຄາຢ່າງຕັ້ງໜ້າການພັດທະນາໃນການພົວພັນສອງຝ່າຍ ແລະ ຢັ້ງຢືນເຖິງ ຄວາມໝາຍສຳຄັນ ຂອງການພັດທະນາການພົວພັນນີ້ສຳລັບສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຂອງ ພາກພື້ນ ແລະ ໂລກ.
TAG
VOV/VOVworld/ຈີນ/ຍີ່​ປຸ່ນ