
ທ່ານ Stephan Dion ແລະ ທ່ານ ເຈີ່ນຮົ່ງຮ່າ
(ພາບ: baotainguyenmoitruong.vn)
(vovworld) – ວັນທີ 5/9, ໃນການເຮັດວຽກກັບທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ທີ່ສຳນັກງານກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ Stephan Dion, ລັດຖະມົນຕີການຕ່າງປະເທດ ການາດາ ໃຫ້ຮູ້ວ່າ: ການາດາ ຈະໜູນຊ່ວຍຈຳນວນເງິນ 15 ລ້ານ USD ຊ່ວຍໃຫ້ວິສາຫະກິດຂະໜາດກາງ ແລະ ໜ້ອຍຂອງ ຫວຽດນາມ ທີ່ມີຫົວຄິດປະດິດສ້າງໃນການປ່ຽນໃໝ່, ກໍ່ຄືເຕັກໂນໂລຢີເພື່ອຫລຸດຜ່ອນອາຍແກັດເຮືອນແກ້ວ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ Stephan Dion ຖືວ່າ: ຫວຽດນາມ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫວັງວ່າ ການາດາ ອາດຈະໜູນຊ່ວຍ ຫວຽດນາມ ແກ້ໄຂບັນດາສິ່ງທ້າທາຍນີ້. ສ່ວນທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ ສະເໜີໃຫ້ ການາດາ ສືບຕໍ່ເຂົ້າຮ່ວມລາຍການໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ ຫວຽດນາມ ໄລຍະ 2016 – 2020, ໜູນຊ່ວຍ ຫວຽດນາມ ປະຕິບັດໂຄງການຄາດຄະເນປະກອບສ່ວນໃຫ້ປະເທດຊາດຕັດສິນໃຈດ້ວຍຕົນເອງ ແລະ ຜັນຂະຫຍາຍການປະຕິບັດຂໍ້ຕົກລົງ ປາຣີ, ບຸລິມະສິດບັນດາວິທີການຫລຸດຜ່ອນສິ່ງເສດເຫຼືອ, ຄວບຄຸມສິ່ງເສດເຫຼືອ.

ທ່ານ Stephan Dion ແລະ ທ່ານ ເຈີ່ນຮົ່ງຮ່າ
(ພາບ: baotainguyenmoitruong.vn)




