ໂທລະເລກເພື່ອແນໃສ່ຫັນປ່ຽນຢ່າງແຮງ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການລະເມີດສິດຊັບສິນທາງປັນຍາ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງປອດໂປ່ງ, ຈະແຈ້ງ ແລະ ຍົກສູງອິດທິພົນຊື່ສຽງຂອງປະເທດຊາດໃນການເຊື່ອມໂຍງເຂົ້າກັບສາກົນ.
ຕາມນັ້ນແລ້ວ, ຈະລົບລ້າງບັນດາເວັບໄຊ ແລະ ອົງການບໍລິຫານບັນດາເວັບໄຊທີ່ລະເມີດລິຂະສິດທາງອອນໄລທີ່ມີຜູ້ເຂົ້າເບິ່ງຫຼາຍທີ່ສຸດ, ໂດຍສະເພາະແມ່ນບັນດາເວັບໄຊເກັບຮັກສາ, ສະໜອງຮູບເງົາ, ດົນຕີ… ເພີ່ມທະວີການກວດກາສິນຄ້າສົ່ງອອກ - ນຳເຂົ້າຜ່ານຊາຍແດນ, ເປັນເຈົ້າການຢຸດຕິຊົ່ວຄາວການເຮັດລະບຽບການພາສີອາກອນສຳລັບສິນຄ້າ ເມື່ອມີຫຼັກຖານຢ່າງຈະແຈ້ງວ່າ ສິນຄ້າແມ່ນສິນຄ້າປອມດ້ານຊັບສິນທາງປັນຍາ.







