(ພາບ: bqp.vn)
ວັນທີ 06 ພຶດສະພາ, ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເຂົ້າຮ່ວມກອງປະຊຸມເຄືອຂ່າຍບັນດາສູນຮັກສາສັນຕິພາບ ອາຊຽນ ຄັ້ງທີ 10 (APCN-10), ທີ່ຈັດຂຶ້ນຢູ່ ມານິລາ, ປະເທດ ຟີລິບປິນ ແບບທາງໄກ. ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ແທນ 40 ທ່ານ ທີ່ມາຈາກ 11 ປະເທດສະມາຊິກ, ຜູ້ຕາງໜ້າຄະນະເລຂາ ອາຊຽນ ແລະ ອົງການຝຶກຊ້ອມປະສົມຂຶ້ນກັບກົມເຄື່ອນໄຫວສັນຕິພາບສະຫະປະຊາຊາດ.
ກ່າວຄຳເຫັນທີ່ວາລະປຶກສາຫາລືຄົບຄະນະ ດ້ວຍຫົວຂໍ້ “ຍົກສູງກຳລັງຄວາມສາມາດກຽມພ້ອມການປະຕິບັດໜ້າທີ່ຮັກສາສັນຕິພາບ ຜ່ານການຝຶກຊ້ອມ”, ທ່ານພົນຈັດຕະວາ ຟ້າມແມ້ງທັງ ຕີລາຄາສູງຄວາມສຳຄັນ ແລະ ຄວາມໝາຍຂອງກອງປະຊຸມຄັ້ງນີ້. ຍ້ອນເວທີປາໄສແມ່ນກົນໄກສຳຄັນ ຊ່ວຍໃຫ້ ອາຊຽນ ຮັກສາການຮ່ວມມື, ຍົກສູງກຳລັງຝຶກຊ້ອມ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃຫ້ມີປະສິດທິຜົນກວ່າ, ໃນສະພາບທີ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງສູນຝຶກຊ້ອມການກູ້ໄພກູ້ຊີບບາດເຈັບຍົກສູງບັນລຸມາດຕະການສາກົນແຫ່ງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໄລຍະຜ່ານ ກົມຮັກສາສັນຕິພາບສະຫະປະຊາຊາດໄດ້ມອບໃບຢັ້ງຢືນຊຸດຝຶກຊ້ອມນາຍທະຫານເປັນເສນາທິການສະຫະປະຊາຊາດ (UNSOC) ບັນລຸມາດຕະການການຝຶກຊ້ອມກ່ອນທີ່ຈະຜັນຂະຫຍາຍຂອງສະຫະປະຊາຊາດ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາສູງບົດປະກອບຄຳເຫັນຂອງ ຫວຽດນາມ ດ້ວຍຫຼາຍບົດຮຽນທີ່ແທດຈິງ. ຟີລິບປິນ ກໍ່ສະເໜີໃຫ້ ຫວຽດນາມ ຈັດສົ່ງຄູສອນມາແບ່ງປັນບົດຮຽນຢູ່ພາກພື້ນ.





