
ພາບປະກອບ
(vovworld) – ຕອນຄຳ່ວັນທີ 2/9, ຢູ່ເມືອງ 1, ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດທີ່ດຶງດູດການເຂົ້າຮ່ວມຂອງປະຊາຊົນນະຄອນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ເພື່ອແນໃສ່ຮັບໃຊ້ປະຊາຊົນທຸກຊັ້ນຄົນ, ນະຄອນໂຮ່ຈີມິນ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະແດງສິລະປະທີ່ອຸດົມສົນບູນຢູ່ຖະໜົນຍ່າງ ຫງວຽນເຫ້ວ, ເຂດອະນຸສາວາລີ ຫງາບາຢ່ົ່ງ (ເມືອງ ຮອກມົນ), ເທດສະບານເມືອງ ເກີ່ນແທກ (ເມືອງເກີນເຢີ) ແລະ ສູນວັດທະນະທຳ, ກິລາກາຍຍະກຳເມືອງ ບີ່ງແຈງ. ຮອດເວລາ 21 ໂມງ ໄດ້ຈັດຕັ້ງການຍິງບັ້ງໄຟດອກຢູ່ບໍລິເວນ ອຸໂມງໃຕ້ດິນ ຖູທຽມ ແລະ ສວນສາທາລະນະວັດທະນະທຳ ເດີ່ມແຊນ.

ພາບປະກອບ




