VOV WorldVOV World
ກຳແພງສະໄຫມ ລາຊະວົງໂຮ່ແມ່ນມໍລະດົກ ວັດທະນະທຳໂລກ
16/06/2012 08:52
ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ແຫ່ງ​ທີ 5 ຂອງ​ຫວຽດນາມ ​ໄດ້​ຮັບຮອງ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ
ກຳແພງສະໄຫມ  ລາຊະວົງໂຮ່ແມ່ນມໍລະດົກ    ວັດທະນະທຳໂລກ
ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ (vovworld) - ພິທີ​ຮັບ​ໃບ​ຢັ້ງຢືນ​ຮັບ​ຮອງກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ ດ​ຳ​ເນີນ​​ໃນ​ຕອນ​ຄຳ່​ວັນ​ທີ 16/6 ຢູ່ ​ນະຄອນ ​ແທນ​ຮວາ. ​ເປັນ​ອັນວ່າ ພ້ອມ​ກັບ​ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອາຍ, ​ກຸງ​ເກົ່າ​ເຫ້ວ, ​ເທວະສະຖານ ໝີ​ເຊີນ ​ແລະ ພະ​ລາຊະ​ວັງ​ທັງ​ລອງ, ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ແຫ່ງ​ທີ 5 ຂອງ​ຫວຽດນາມ ​ໄດ້​ຮັບຮອງ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ. ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​​ໄດ້​ຮັບ​ການ​ກໍ່ສ້າງດ້ວຍ​ຫີນ ມີ​ອາຍຸ​ກວ່າ 600 ປີ. ​ແຕ່​ປີ 1962, ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ​ໄດ້​ຮັບຮອງ​ແມ່ນ​ປູຊະນີ​ຍະສະ​ຖານ​ແຫ່ງ​ຊາດ ​ແລະ ທີ່​ວາລະ​ປະຊຸມ​​ເມື​່ອວັນ​ທີ 27/6/2011, ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ຫນຶ່ງ​ໃນ​ກິດຈະກຳ 4 ​ແຫ່ງ​​ໄດ້​ຮັບຮອງ​​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກຈາກ​ອົງການ UNESCO ​ໃນ​ຍອດ​ຈຳນວນ 35 ​ແຫ່ງ. ທ່ານ ​Vuong Viet Van ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ແທນ​ຮວາ ​ໃຫ້​ຮູ້​ວ່າ:        
TAG
ກຳແພງ