ກະຊວງສາທາລະນະສຸກສຳຫລວດກວດກາຂັ້ນຕອນສະກັນກັ້ນໂລກພະຍາດEbolaແຊກຊືມເຂົ້າຫວຽດນາມ
15/10/2014 06:32
(vovworld)- ຕໍ່ຫນ້າການຜັນແປຢ່າງສັບສົນຂອງໂລກພະຍາດ Ebola ໃນ 3 ອາທິດຜ່ານມາ,

ກວດກາພະຍາດEbolaຢູ່ສະຫນາມບິນເຕີນເຊີນເຍີດ ພາບ:thanhnien.vn (vovworld)- ຕໍ່ຫນ້າການຜັນແປຢ່າງສັບສົນຂອງໂລກພະຍາດ Ebola ໃນ 3 ອາທິດຜ່ານມາ, ຫ້ອງການຕອບສະຫນອງສະພາບຮີບດ່ວນຕໍ່ໂລກລະບາດ ຂອງກະຊວງສາທາລະນະສຸກຫວຽດນາມ ຫາກໍຈັດການປະຊຸມດ່ວນກັບບັນດາຜູ້ຊ່ຽວຊານ ຂອງອົງການອະນາໄມໂລກ(WHO), ສູນກວດກາ ແລະ ປ້ອງກັນ, ຕ້ານໂລກລະບາດ ອາເມລິກາ(CDC) ແລະ ອົງການອາຫານ ແລະ ກະເສດໂລກ (FAO) ເພື່ອສຳຫລວດກວດກາຂັ້ນຕອນ ສະກັນກັ້ນໂລກລະບາດ Ebola ບໍ່ໃຫ້ແຊກຊືມເຂົ້າຫວຽດນາມ. ທີ່ການປະຊຸມ, ຜູ້ຕາງຫນ້າ CDC ຖືວ່າ: ບໍ່ທັນເຫັນພະຍານຫລັກຖານດ້ານວິທະຍາສາດເພື່ອຮັບຮູ້ເລື່ອງປ່ຽນແປງວິທີຕິດແປດພະຍາດ Ebola ຈາກຄົນໄປສູ່ຄົນ ກໍຄືຈາກຄົນໄປສູ່ສັດຕາມອາກາດ. ເລື່ອງພາລະກອນການແພດຢູ່ ອາເມລິກາ ຕິດໄວຣັດ Ebola ເມື່ອເບິ່ງແຍງຄົນເຈັບ ຍ້ອນວ່າອາດບໍ່ທັນປະຕິບັດຕາມບັນດາມາດຕະການປ້ອງກັນ. ການປະຊຸມ ໄດ້ເຫັນເອກະພາບວ່າ ກະຊວງສາທາລະນະສຸກ ຄວນສຳຫລວດກວດກາ ທັງໝົດຂັ້ນຕອນເພື່ອສະກັດກັັ້ນພະຍາດ Ebola ແຊກຊືມເຂົ້າຫວຽດນາມ, ສືບຕໍ່ຜັນຂະຫຍາຍການຕິດຕາມກວດກາຢ່າງແຫນ້ນແຟ້ນຢູ່ບັນດາດ່ານຊາຍແດນ ແລະ ວົງຄະນາຍາດ ສຳລັບຜູ້ໂດຍສານມາຈາກ 6 ປະເທດຢູ່ ອາຟຼິກາຕາເວັນຕົກ(ຄື: Congo, Guinea, Leberia, Sierra Leone, Nigeria, Senegal). ຜູ້ຕາງຫນ້າອົງການອະນາໄມໂລກ ຖືວ່າ: ດ້ວຍການຫນູນຊ່ວຍຂອງອົງການນີ້ ແລະ ຂອງຍີ່ປຸ່ນ, ຫວຽດນາມ ສາມາດປະຕິບັດການວິໄຈເພື່ອກຳນົດພະຍາດ Ebola ໃນປະເທດໄດ້.
TAG
vovworld/ໂລກພະຍາດ
Related





