(ພາບ: TTXVN)

ການສົ່ງເອກະສານນີ້ແມ່ນເພື່ອປະກາດການສ້າງຕັ້ງລະບົບເພື່ອໃຫ້ບັນດາວິສາຫະກິດປະຕິບັດການຈົດທະບຽນໃບແຈ້ງພາສີ ນັບແຕ່ເວລາ 00 ໂມງຂອງວັນທີ 25 ເມສາ ຮອດວັນທີ 30 ເມສາ ປີ 2020 ສຳລັບເຂົ້າສານທີ່ໄດ້ນຳເຂົ້າດ່າສາກົນ, ທ່າກຳປັ່ນສາກົນ ກ່ອນວັນທີ 24 ມີນາ ແຕ່ຍັງບໍ່ທັນໄດ້ຈົດທະບຽນໃບແຈ້ງພາສີ.

ບົນພື້ນຖານປະລິມານສິນຄ້າຂອງໃບແຈ້ງພາສີ, ກົມໃຫ່ຍພາສີຈະສ້າງໂຄຕາສົ່ງອອກໃນເດືອນເມສາປີ 2020 ຄືນໃໝ່, ແລ້ວຈະປະກາດໃນປະຕູຖານຂໍ້ມູນພາສີ ແລະ ສ້າງຕັ້ງໃນລະບົບ ສິນຄ້າຜ່ານດ່ານແບບອັດຕະໂນມັດເພື່ອໃຫ້ບັນດາວິສາຫະກິດ ສືບຕໍ່ຈົດທະບຽນໃບແຈ້ງພາສີ ນັບແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 28 ເມສາປີ 2020.