ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງມີຄວາມຮັບຜິດຊອບຮັບປະກັນການພັດທະນາແຫຼ່ງ ແລະ ຕາໜ່າງໄຟຟ້າດັ່ງກ່າວ. ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ປະຕິບັດມະຕິຂອງກົມການເມືອງ ກ່ຽວກັບການກໍານົດທິດຍຸດທະສາດພັດທະນາພະລັງງານແຫ່ງຊາດຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ໃນນັ້ນ, ທຸກພາກສ່ວນເສດຖະກິດ ລ້ວນແຕ່ສາມາດເຂົ້າຮ່ວມພັດທະນາບັນດາໂຄງການສະຫຼອງແຫຼ່ງໄຟຟ້າ ແລະ ລະບົບສາຍສົ່ງໄຟຟ້າ, ພັດທະນາພະລັງງານໄຟຟ້າ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ໃຫ້ບຸລິມະສິດການພັດທະນາພະລັງງານໄຟຟ້າຜະລິດຄືນໃໝ່.