ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະດໍາເນີນການເລືອກຕັ້ງປະທານສະພາເລື່ອກຕັ້ງແຫ່ງຊາດ ແລະ ໃຫ້ສັດຕະຍາບັນບັນຊີລາຍຊື່ບັນດາຮອງປະທານ ແລະ ບັນດາກໍາມະການສະພາເລືອກຕັ້ງແຫ່ງຊາດ ພ້ອມກັນນັ້ນ, ສະພາແຫ່ງຊາດຈະປະກາດໃຊ້ມະຕິວ່າດ້ວຍການສ້າງຕັ້ງສະພາດັ່ງກ່າວອີກດ້ວຍ.

ທີ່ກອງປະຊຸມດັ່ງກ່າວກໍຈະປະກອບຄໍາເຫັນໃສ່່ຮ່າງມະຕິວ່າດ້ວຍການສ້າງງຕັ້ງຫ້ອງການສະພາເລືອກຕັ້ງແຫ່ງຊາດ ແລະ ແຕ່ງຕັ້ງຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ແລະ ບາງບັນຫາສໍາຄັນອື່ນໆ.