ກອງປະຊຸມສຳມະນາມູນເຊື້ອຮັກຊາດ ຂອງຊາວ ຫວຽດນາມ ອາໄສຢູ່ ໄທ
15/06/2012 10:30
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ໄທ ຢູ່ ນະຄອນໂຮ່ຈິມີນ ໄດ້ຈັດຕັ້ງກອງປະຊຸມສຳມະນາມູນເຊື້ອຮັກຊາດ ແລະ ຄວາມສາມັກຄີມິດຕະພາບຂອງຊາວ ຫວຽດນາມ ອາໄສຢູ່ໄທ

ຊາວຫວຽດນາມ ອາໄສຢູ່ ຈັດພິທີລະນຶກວັນຊາດ ຫວຽດນາມ ພາບປະກອບ:internet (vovword)- ຕອນເຊົ້າວັນທີ 15/6 ຢູ່ ນະຄອນ ໂຮ່ຈິມີນ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ໄທ ຢູ່ ນະຄອນໂຮ່ຈິມີນ ໄດ້ຈັດຕັ້ງກອງປະຊຸມສຳມະນາມູນເຊື້ອຮັກຊາດ ແລະ ຄວາມສາມັກຄີມິດຕະພາບຂອງຊາວ ຫວຽດນາມ ອາໄສຢູ່ໄທ. ກອງປະຊຸມສຳມະນາໄດ້ທົບທວນຄືນມູນເຊື້ອຮັກຊາດຂອງຊົນຊາດ ແລະ ບັນດາການປະກອບສ່ວນອັນລ້ຳຄ່າຂອງຊາວ ຫວຽດນາມ ອາໄສຢູ່ໄທ. ບັນດາບົດປະກອບຄຳເຫັນທີ່ການສຳມະນາສະແດງໃຫ້ເຫັນວ່າ ຊາວ ຫວຽດນາມ ຢູ່ໄທ ແຕ່ສັດຕະວັດທີ 17 ແລະ ປະຈຸບັນ ສ່ວນຫລາຍແມ່ນດຳລົງຊີວິດຢູ່ພາກ ອີສານຂອງໄທ. ຜ່ານໄລຍະປະຫວັດສາດ, ຊາວ ຫວຽດນາມ ອາໄສຢູ່ໄທ ໄດ້ດຳລົງຊີວິດປອງດອງກັບປະຊາຊົນໄທ, ມີທີ່ຕັ້ງບົດບາດສຳຄັນໃນສັງຄົມໄທ ພ້ອມກັນນັ້ນຍັງຄົງຮັກສາສີສັນວັດທະນະທຳ ຫວຽດນາມ. ທ່ານ Truong Hoang ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ຢູ່ ນະຄອນໂຮ່ຈິມີນ ໄດ້ເວົ້າວ່າ: “
TAG
ອາໄສຢູ່ໄທ
Related





