ກຽມພ້ອມໃຫ້ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ
20/05/2016 10:00
ວັນທີ 22/5, ຜູ້ມີສິດເລືອກຕັ້ງນັບສິບລ້ານຄົນໄດ້ໄປປ່ອນບັດເພື່ອເລືອກເອົາສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆຢູ່ 184 ຫົວໜ່ວຍເລືອກຕັ້ງ

ວັນທີ 22/5, ຜູ້ມີສິດເລືອກຕັ້ງນັບສິບລ້ານຄົນໄດ້ໄປປ່ອນບັດເພື່ອເລືອກເອົາສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆຢູ່ 184 ຫົວໜ່ວຍເລືອກຕັ້ງ. ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ເຫດການການເມືອງສຳຄັນນີ້ ໄດ້ສ້າງສຳເລັດຢູ່ 63 ແຂວງ ແລະ ນະຄອນທົ່ວປະເທດ. ບັນດາທ້ອງຖິ່ນຂອງຫວຽດນາມໄດ້ກຽມພ້ອມໃຫ້ແກ່ວັນເລືອກຕັ້ງນີ້. ຂະບວນລົດໂຄສະນາວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ການເລືອກຕັ້ງແມ່ນເຫດການທີ່ສຳຄັນໃນຊີວິດການເມືອງສັງຄົມຂອງປະເທດຊາດ ແລະ ຂອງແຕ່ລະທ້ອງຖິ່ນ ເພາະມັນສະແດງໃຫ້ເຫັນສິດອຳນາດຂອງປະຊາຊົນໃນການເລືອກເອົາຜູ້ເປັນຕົວແທນຂອງຕົນເພື່ອນຳພາທ້ອງຖິ່ນ ແລະ ປະເທດຊາດ. ການກະກຽມທຸກເງື່ອນໄຂເພື່ອໃຫ້ຜູ້ມີສິດເລືອກຕັ້ງໄປເລືອກຕັ້ງໄດ້ຮັບການຜັນຂະຫຍາຍມາແຕ່ຫຼາຍເດືອນແລ້ວ ນັບທັງດ້ານບຸກຄະລາກອນ, ພື້ນຖານວັດຖຸ, ຖະແຫຼງຂ່າວ, ໂຄສະນາ.
TAG
vovworld/ເລືອກຕັ້ງ
Related





