(ພາບ: thanhnien.vn)

ໃນປະຫວັດສາດສົ່ງອອກເຂົ້າສານເປັນເວລາ 30 ປີ, ນີ້ແມ່ນຄັ້ງທຳອິດທີ່ເຂົ້າສານຫວຽດນາມ ມີລາຄາສົ່ງອອກເທົ່າທຽມກັບເຂົ້າສານຂອງໄທ. ວິສາຫະກິດສົ່ງອອກເຂົ້າສານຫຼາຍແຫ່ງໄດ້ໃຫ້ຂໍ້ສັງເກດວ່າ ບັນດານັກນຳເຂົ້າໄດ້ເກັບຊື້ເຂົ້າສານຫວຽດນາມ ດ້ວຍລາຄາສູງ ແມ່ນຍ້ອນຄຸນນະພາບເຂົ້າສານຫວຽດນາມ ໄດ້ຮັບການປົວແປງດີຂຶ້ນຫຼາຍ. ນັກຊ່ຽວຊານຫຼາຍທ່ານຖືວ່າ: ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ພວມມີທ່າອ່ຽງດີຂຶ້ນ ສ່ວນໜຶ່ງແມ່ນຍ້ອນຜົນກະທົບທີ່ຕັ້ງໜ້າ ຈາກສັນຍາການຄ້າເສລີຫວຽດນາມ - EU (EVFTA). ຕາມການສະຖິຕິຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ໃນ 7 ເດືອນຕົ້ນປີ 2020, ຫວຽດນາມ ສົ່ງອອກເຂົ້າສານໄດ້ປະມານ 3.9 ລ້ານໂຕນ, ບັນລຸວົງເງິນ 1.9 ຕື້ USD, ຫລຸດລົງ 1,4% ທາງດ້ານປະລິມານ ແຕ່ເພີ່ມ 10,9% ທາງດ້ານຄຸນຄ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2019.