ລາວ:ໄຂກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ24
15/05/2016 10:09
(vovworld)- ວັນທີ 15/5 ຢູ່ ນະຄອນຫລວງ ວຽງຈັນ, ໄດ້ໄຂກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 24 ແລະ ກອງປະຊຸມແຮງງານ + 3 ຄັ້ງທີ 9

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (vovworld)- ວັນທີ 15/5 ຢູ່ ນະຄອນຫລວງ ວຽງຈັນ, ໄດ້ໄຂກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 24 ແລະ ກອງປະຊຸມແຮງງານ + 3 ຄັ້ງທີ 9. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ດາວງອກຢູງ, ລັດຖະມົນຕີແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນຳຫນ້າເຂົ້າຮ່ວມກອງປະຊຸມ. ດ້ວຍຫົວຂໍ້: “ການຫັນປ່ຽນຈາກ ການຈ້າງງານນອກລະບົບເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃນອາຊຽນ”, ບັນດາລັດຖະມົນຕີ ໄດ້ແລກປ່ຽນທັດສະນະເພື່ອຫນູນຊ່ວຍວິວັດການຫັນປ່ຽນ ຈາກ ການຈ້າງງານນອກລະບົບເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃນອາຊຽນເພື່ອນຳມາເຊິ່ງວຽກເຮັດງານທຳແບບຍືນຍົງໃຫ້ທຸກຄົນ. ບັນດາລັດຖະມົນຕີ ກໍສະແດງຄຳໝັ້ນສັນຍາຊຸກຍູ້ການປະຕິບັດວິໄສທັດ ອາຊຽນ 2025 ແລະ ແຜນການສັງລວມປະຊາຄົມວັດທະນະທຳ ສັງຄົມ ອາຊຽນ 2025. ອັດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາຖະແຫລງການ ວຽງຈັນ ແລະ ຮັບຮອງເອົາແຈ້ງການຮວ່ມກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 24. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ໄດ້ແບ່ງປັນບັນດາລາຍການ, ນະໂຍບາຍກໍຄືບັນດາມາດຕະການຂອງລັດຖະບານຫວຽດນາມເພື່ອຫນູນຊ່ວຍວິວັດການຫັນປ່ຽນການຈ້າງງານນອກລະບົບເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃນອາຊຽນ. ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 25 ຈະຖືກຈັດຂຶ້ນຢູ່ ສິງກະໂປ ໃນປີ 2018.
TAG
vovworld/ວຽກເຮັດງານທຳ
Related







