ທ່ານ Hassan Rouhani ປະທານາທິບໍດີ Vladimir Putin ອີຣານ, ທ່ານ ປະທານາທິບໍດີລັດເຊຍ ທ່ານ Tayyip Erdogan ປະທານາທິບໍດີຕວັກກີ (ພາບ: AFP/TTXVN) |
ຕາມທ່ານ Kalin ແລ້ວ, ກອງປະຊຸມຈະປຶກສາຫາລືຢ່າງຮອບດ້ານກ່ຽວກັບສະພາບການຢູ່ ຊີຣີ, ລວມມີ: ວິວັດທະນາການມອບໂອນໜ້າທີ່ທາງການເມືອງ ແລະ ສົ່ງຜູ້ອົບພະຍົບກັບເມືອບ້ານເກີດເມືອງນອນ. ເຖິງຢ່າງໃດກໍ່ຕາມ, ທ່ານ Kalin ບໍ່ໃຫ້ຮູ້ຢ່າງຊັດເຈນກ່ຽວກັບວັນເວລາທີ່ຈະຈັດຕັ້ງກອງປະຊຸມນີ້.
ກອງປະຊຸມ 3 ຝ່າຍ ຄັ້ງທຳອິດໄດ້ຈັດຕັ້ງຢູ່ເຂດຜັກຜ່ອນບຳລຸງສຸຂະພາບ Sochi ແຄມຝັ່ງທະເລດຳຂອງ ລັດເຊຍໃນວັນທີ 22 ພະຈິກ ປີ 2017 ເພື່ອແນໃສ່ປຶກສາຫາລືກ່ຽວກັບຄວາມກ້າວໜ້າທີ່ບັນລຸໄດ້ໃນບັນດາການເຈລະຈາສັນຕິພາບ Astana ແລະ ບັນດາການປ່ຽນແປງໃນບັນດາເຂດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ.









