ວັນ​ທີ 28 ເມ​ສາ, ບໍ​ລິ​ສັດ​ວິ​ເຄາະ​ຂໍ້​ມູນ​ການ​ເດີນ​ເຮືອ Kpler ໄດ້​ປະ​ກາດ​ຂໍ້​ມູນ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ ກ່ຳ​ປັ່ນ​ຂົນ​ສົ່ງ​ອາຍ​ແກັດ​ແຫຼວ Mubaraz ໂດຍ​ບໍ​ລິ​ສັດ Adnoc ຂອງ UAE ເຄື່ອນ​ໄຫວ ໄດ້ເດີນ​ທາງ​ອອກ​ຈາກ​ອ່າວ ເປີ​ເຊຍ ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ໃນ​ເດືອນ ເມ​ສາ​ນີ້. ນີ້​ແມ່ນ​ກ່ຳ​ປັ່ນ​ຂົ​ນ​ສົ່​ງ​ອາຍ​ແກັດ​ແຫຼວ​ລຳ​ຄັ້ງ​ທຳ​ອິດ​ທີ່​ຂ​ົນ​ສົ່ງ​ສິນ​ຄ້າ​ອອກ​ຈາກ​ອ່າວ ເປີ​ເຊຍ ນັບ​ແຕ່​ເມື່ອ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ໃນ​ທ້າຍ​ເດືອນ ກຸ​ມ​ພາ.

ກໍ​ຕາມ​ຂໍ້​ມູນ​ວິ​ເຄາະ​ການ​ເດີນ​ເຮືອ​ສາ​ກົນ, ເຖິງວ່າຄຳ​ສັ່ງ​ຢຸດ​ຍິງ ອາ​ເມ​ລິ​ກາ - ອີ​ຣານ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໄດ້ 3 ອາ​ທິດ ແລ້ວ​ກໍ​ຕາມ, ແຕ່​ມີ​ກ່ຳ​ປັ່ນ​ຂົ​ນ​ສົ່ງ​ສິນ​ຄ້າ​​ບັນ​ດາ​ປະ​ເພດ​ນັບ​ຮ້ອຍ​ລຳ​ພ້ອມ​ດ້ວຍ​ລູກ​ເຮືອກວ່າ 20.000 ຄົນທີ່​ມາ​ຈາກຫຼາຍ​ປະ​ເທດ​ທີ່​ແຕກ​ຕ່າງ​ກັນ ພວມ​ຖືກ​ຕິດ​ຄ້າງ​ຢູ່​ອ່າວ ເປີ​ເຊຍ ແລະ ປ​ະ​ເຊີນ​ໜ້າ​ກັບ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ທີ່​ນັບ​ມື້​ນັບ​ທ້າ​ທາຍ.