ລັດເຊຍ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ໂຮມປະຊຸມກ່ຽວກັບເຫດລະເບີດທໍ່ສົ່ງອາຍແກັດ “Nord Stream”
16/02/2023 10:53
(VOVWORLD) -ວັນທີ 15 ກຸມພາ, ຄະນະຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ ປະເທດນີ້ ຈະຮຽກຮ້ອງໃຫ້ຈັດກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ໃນວັນທີ 22 ກຸມພາ ເພື່ອປຶກສາຫາລືກ່ຽວກັບເລື່ອງ “ມ້າງທຳລາຍ” ບັນດາທໍ່ສົ່ງອາຍແກັດ “Nord Stream”.

ໃນວັນດຽວກັນ, ໃນແຈ້ງການຂອງສະຖານທູດ ລັດເຊຍ ປະຈຳ ອາເມລິກາ ກໍໄດ້ຊີ້ແຈ້ງວ່າ ການມ້າງທຳລາຍທໍ່ສົ່ງອາຍແກັດ ເລກ 1 ແລະ 2 ເມື່ອເດືອນ ກັນຍາ 2022 ແມ່ນການກະທຳກໍ່ການຮ້າຍສາກົນ ແລະ ລັດເຊຍ ຈະບໍ່ປະໃຫ້ຫຼົງລືມເຫດການນີ້ໄປຢ່າງເດັດຂາດ. ແຈ້ງການສະບັບດັ່ງກ່າວກໍຖືວ່າ ອາເມລິກາ ຕ້ອງພິສູດໃຫ້ເຫັນວ່າ ຕົນເອງບໍ່ມີສ່ວນກ່ຽວຂ້ອງເຖິງເຫດມ້າງທຳລາຍລະບົບທໍ່ສົ່ງນ້ຳມັນອາຍແກັດທີ່ເຊື່ອມຕໍ່ລະຫວ່າງ ລັດເຊຍ ກັບ ເອີຣົບ.
TAG
VOV/VOVworld/Nord Stream/ທໍ່ສົ່ງນ້ຳມັນອາຍແກັດ/ລັດເຊຍ/ສະພາຄວາມໝັ້ນຄົງ
Related





