ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ມອບຂອງຂວັນໃຫ້ຜູ້ທຸກຍາກໃນໂອກາດບຸນເຕັດ

ພາບ:(daibieunhandan.vn)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ໄດ້ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແມ່ ຫວຽດນາມວິລະຊົນ ຢູ່ ຕາແສງ ກີ່ງຮົ່ງ ເມືອງກີ່ງລືວ, ມອບຂອງຂວັນໃຫ້ 20 ຄອບຄົວນະໂຍບາຍ ແລະ ຫນູນຊ່ວຍການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ 4 ຄອບຄົວໃນເມືອງ ກີ່ງລືວ.

ສູນກາງສະຫະພັນແມ່ຍິງ ຫວຽດນາມ ແລະ ແຂວງ ເງ້ອານ ໄດ້ມອບຂອງຂວັນໃຫ້ 50 ຄອບຄົວແມ່ຍິງທຸກຍາກ, ມອບທຶນການສຶກສາໃຫ້ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກ 30 ທຶນ ແລະ ຫນູນຊ່ວຍ 11 ຄອບຄົວເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ.