VOV WorldVOV World
ລັດຖະມົນຕີ ສອງທ່ານ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ
14/06/2012 10:08
ຕອນ​ເຊົ້າ​ວັນ​ທີ 14/6, ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ)
ລັດຖະມົນຕີ ສອງທ່ານ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ
(vovworld) - ຕອນ​ເຊົ້າ​ວັນ​ທີ 14/6, ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ກ່ຽວ​ກັບ​ບາງ​ບັນຫາ​ຊຶ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມສົນ​ໃຈ. ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພາບ: baomoi.com ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຫນູນ​ຊ່ວຍ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ການ​ຄ້າ ​ແລະ ນຳ​ເຂົ້າ​ສົ່ງ​ອອກ, ຮັກສາ​ລາຄາ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ, ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ບໍລິສັດ​ເສດຖະກິດ​ຈຳນວນ​ຫນຶ່ງ​ກໍ​ຄື​ເລື່ອງ​ຍົກ​ເລີກ​ສິດ​ຜູກຂາດ​ຂອງ​ຂະ​ແຫນງ​ໄຟຟ້າ, ນ້ຳມັນ​ອາຍ​ແກ​ສ ນັ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​​ໃນ​ວາລະ​ຊັກ​ຖາມ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ Vu Huy Hoang. ສຳລັບ​ບັນຫາ​ຄວບ​ຄຸມ​ຕະຫລາດ, ສະພາບ​ສໍ້​ໂກງ​ການ​ຄ້າ, ຫນີ​ພາສີ, ຕາມ​ທ່ານ ລັດຖະມົນຕີ Vu Huy Hoang ​ແລ້ວ, ມາດ​ຕະການ​ແກ້​ໄຂ​ນັ້ນ​ແມ່ນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈະ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ເພື່ອ​ມີ​ມາດ​ຕະການ​ຂ້ຽວຂາດ​ເຮັດ​ໃຫ້ ​ການ​ສໍ້​ໂກງ​ການ​ຄ້າ​ຫລຸດຜ່ອນລົງ​ເທື່ອ​ລະ​ກ້າວ. ທ່ານ ລັດຖະມົນຕີ Vu Huy Hoang ກໍ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ສະພາບ​ແກ່​ຍາວ​ສິດ​ຜູກຂາດ​ຂອງ​ຂະ​ແຫນງ​ໄຟຟ້າ, ນ້ຳມັນ​ອາຍ​ແກ​ສ ພ້ອມ​ທັງ​ໝັ້ນ​ໝາຍ​ຈະ​ມີ​ວິວັດການ​ເພື່ອ​ລົບ​ລ້າງ​ສະພາບ​ການ​ນີ້. ທ່ານ ລັດຖະມົນຕີ Vu Huy Hoang ກ່າວ​ວ່າ:
TAG
ຊັກຖາມ