ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບ, ການພົບປະເຈລະຈາກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ກໍາປູເຈຍ
20/12/2019 07:59
(VOVWORLD) -ຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ລາຊະອານາຈັກ ກໍາປູເຈຍ ໂດຍທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ນັບແຕ່ວັນທີ 19 – 22 ທັນວາ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22/12/1989 – 22/12/2019) ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ (22/12/1944 – 22/12/2019).

ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ. ໃນການພົບປະເຈລະຈາ ທີ່ຈັດຂຶ້ນພາຍຫຼັງພິທີຕ້ອນຮັບ, ສອງຝ່າຍຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດໃນຊຸມປີຜ່ານມາ ໄດ້ນໍາມາເຊິ່ງປະສິດທິຜົນອັນແທດຈິງ ແລະ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີ ສຸມໃສ່ຍູ້ແຮງວຽກງານໂຄສະນາ; ການແລກປ່ຽນ ແລະ ສະໜອງຂໍ້ມູນຂ່າວສານ, ກໍານົດທິດແນວຄິດ, ຫາງສຽງ, ແບ່ງປັນບົດຮຽນໃນການເຄື່ອນໄຫວໃນຂົງເຂດແນວຄິດວັດທະນະທໍາ.
TAG
VOV/VOVworld/ປ້ອງກັນປະເທດ/ກໍາປູເຈຍ/ລາວ
Related





