ພິທີຖືກດໍາເນີນຜ່ານທາງອອນລາຍ ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ຈາກາຕາ ແລະ ສະຖານທູດ ອິນໂດເນເຊຍ ປະຈໍາ ຮ່າໂນ້ຍ.

ພິທີຖືກດໍາເນີນຜ່ານທາງອອນລາຍ ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ຈາກາຕາ ແລະ ສະຖານທູດ ອິນໂດເນເຊຍ ປະຈໍາ ຮ່າໂນ້ຍ.

ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ກ່າວຄໍາເຫັນທີ່ພິທີ

ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ແລະ ທ່ານເອກອັກຄະລັດຖະທູດ Ibnu Hadi ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງຄວາມໝາຍຂອງການເສັງ ແມ່ນສະແດງໃຫ້ເຫັນໄມຕີຈິດມິດຕະພາບທີ່ມີຊີວິດຊີວາຂອງສອງຊາດໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ. ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ເນັ້ນໜັກວ່າ ໃນສະພາບການໂລກປັດຈຸບັນ ແລະ ຕໍ່ໜ້າບັນດາການກະທົບຢ່າງຮ້າຍແຮງຂອງໂລກລະບາດໂຄວິດ - 19 ນີ້, ຫວຽດນາມ ແລະ ອິນໂດເນເຊຍ ຕ້ອງເພີ່ມທະວີການຮ່ວມມື, ສົມທົບກັນເພື່ອຜ່ານຜ່າບັນດາສິ່ງທ້າທາຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນທົ່ວໂລກ.

ລາງວັນທີ 1 ຂອງການເສັງ ແມ່ນໄດ້ແກ່ທ່ານ ເຈິ່ນຮວ່າຍດຶກ ມາຈາກ ຫວຽດນາມ.

ປະກາດລາງວັນທີ 1

ທ່ານເອກອັກຄະລັດຖະທູດ Ibnu Hadi ມອບລາງວັນທີ 1 ຜ່ານທາງອອນລາຍ


ທ່ານ Budiarsa Sastrawinata ປະທານສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ ມອບລາງວັນຊົມເຊີຍ
ທ່ານ Denny Abdi ຫົວໜ້າກົມ ອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ອິນໂດເນເຊຍ ມອບລາງວັນຊົມເຊີຍ