ມີ 8 ປະເທດອິດສະລາມຖະແຫຼງເຂົ້າຮ່ວມສະພາສັນຕິພາບ ກາຊາ
22/01/2026 09:03
(VOVWORLD) - ພາຍຫຼັງບັນດາແຈ້ງການສະເພາະ, ວັນທີ 21 ມັງກອນ, 8 ປະເທດ ອາຣັບ ແລະ ອິດສະລາມ ໄດ້ອອກຖະແຫຼງການຮ່ວມ, ຢັ້ງຢືນຂໍ້ຕົກລົງເຂົ້າຮ່ວມສະພາສັນຕິພາບ ກາຊາ ໂດຍ ອາເມລິກາ ສ້າງຕັ້ງ ແລະ ນຳພາ.

8 ປະເທດ ອາຣັບ ແລະ ອິດສະລາມ ທີ່ອອກຖະແຫຼງການຮ່ວມແຈ້ງຂໍ້ຕົກລົງເຂົ້າຮ່ວມສາພາສັນຕິພາບ ກາຊາ ລວມມີ: ອີຢິບ, ຕວັກກີ, ຊະອຸດີ ອາຣາເບຍ, ສະຫະລັດອາຣັບເອັມມີເລດ, ຈໍແດນ, ກາຕາ, ປາກິດສະຖານ ແລະ ອິນໂດເນເຊຍ. ນີ້ກໍ່ແມ່ນ 8 ປະເທດທີ່ເຄີຍອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສົງຄາມ ກາຊາ ເປັນຫຼາຍຄັ້ງໃນໄລຍະຜ່ານມາ. ໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ກໍ່ແຈ້ງໃຫ້ຊາບວ່າ ທ່ານ Benjamin Netanyahu, ນາຍົກລັດຖະມົນຕີປະເທດນີ້ ໄດ້ເຫັນດີຕໍ່ຄຳເຊີນຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບການເຂົ້າຮ່ວມສະພາສັນຕິພາບ ກາຊາ.
TAG
VOV/VOVworld/ຖະແຫຼງ/ບັນຫາ/ຂໍ້ຕົກລົງ
Related





