ມຽນມາ ຕໍ່ກຳນົດເວລາສະພາວະສຸກເສີນ ເທື່ອທີ 3
02/02/2023 08:48
(VOVWORLD) - ການນຳອຳນາດການປົກຄອງການທະຫານ ມຽນມາ, ທ່ານຈອມພົນ Min Aung Hlaing ຫາກໍຕົກລົງຕໍ່ກຳນົດເວລາສະພາວະສຸກເສີນຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ຕື່ມອີກ 6 ເດືອນ.

ກ່າວຄຳເຫັນທີ່ກອງປະຊຸມສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ໃນວັນທີ 1 ກຸມພາ, ທ່ານຈອມພົນ Aung Hlaing ໃຫ້ຮູ້ວ່າ ເຖິງວ່າ ຕາມຂໍ້ 425 ຂອງ ລັດຖະທຳມະນູນ, ສະພາວະສຸກເສີນ ສາມາດຕໍ່ກຳນົດເວລາໄດ້ພຽງແຕ່ 2 ເທື່ອເທົ່ານັ້ນ, ແຕ່ໃນກໍລະນີພິເສດປັດຈຸບັນ, ການຕໍ່ນຳນົດເວລາອີກເທື່ອໜຶ່ງແມ່ນການກະທຳທີ່ແທດເໝາະ. ການເລືອກຕັ້ງພັກຫຼາຍຝ່າຍ ທີ່ຄາດວ່າດຳເນີນໃນເດືອນສິງຫາຈະມາເຖິງ ຈະຖືກຈັດຂຶ້ນຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.
TAG
VOV/VOVworld/ມຽນມາ/ສະພາວະສຸກເສີນ/ຕໍ່ກຳນົດເວລາ
Related







