ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກອງບັນຊາການເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດ |
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ແລກປ່ຽນຄຳເຫັນ ແລະ ກວດກາວຽກງານຝຶກຊ້ອມ ກຽມພ້ອມສູ້ຮົບຂອງກຳລັງປ້ອງກັນອາກາດ-ກອງທັບອາກາດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຍັງເນັ້ນໜັກເຖິງຄວາມໝາຍຂອງປະຫວັດສາດຂອງໄຊຊະນະວັນທີ 30 ເມສາປີ 1975 , ພ້ອມທັງຢ້ຽມຢາມຖາມຂ່າວບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ທະຫານເສຍອົງຄະ, ທະຫານເຈັບເປັນ,ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູິ້ທີ່ຄຸນງາມຄວາມດີ ພ້ອມກັບບັນດາພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມຜ່ານໄລຍະຕ່າງໆ







