ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ ຍີ່ປຸ່ນ
21/04/2012 09:44
ຕອນເຊົ້າວັນທີ 21/4 ຢູ່ຫ້ອງຮັບແຂກຂອງລັດຖະບານ ຍີ່ປຸ່ນ ຢູ່ ໂຕກຽວ ໄດ້ດຳເນີນບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ ແມ່ຂອງ ຍີ່ປຸ່ນ ຄັ້ງທີ 4

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ຂອງ ຍີ່ປຸ່ນ ຄັ້ງທີ 4 (vovworld) - ຕອນເຊົ້າວັນທີ 21/4 ຢູ່ຫ້ອງຮັບແຂກຂອງລັດຖະບານ ຍີ່ປຸ່ນ ຢູ່ ໂຕກຽວ ໄດ້ດຳເນີນບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ ແມ່ຂອງ ຍີ່ປຸ່ນ ຄັ້ງທີ 4. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ: ໝາກຜົນພົ້ນເດັ່ນຂອງກອງປະຊຸມຄັ້ງນີ້ ແມ່ນເລື່ອງຮັບຮອງເອົາຍຸດທະສາດ ໂຕກຽວ ກັບສາມທິດແຫ່ງການຮ່ວມມືຕົ້ນຕໍ.ນັ້ນແມ່ນເພີ່ມທະວີການເຊື່ອມຈອດໃນພາກພື້ນແມ່ນ້ຳຂອງ ແລະ ລະຫວ່າງແມ່ຂອງກັບບັນດາປະເທດພາຍນອກ ເພື່ອຂຸດຄົ້ນທີ່ຕັ້ງຍຸດທະສາດຂອງພາກພື້ນ, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມສຳພັນຂອງພາກພື້ນແມ່ຂອງກັບທົ່ວໂລກ. ບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ຍີ່ປຸ່ນ ເຫັນດີ ຍູ້ແຮງການຮ່ວມມືໃນການລົງທຶນ ແລະ ການຄ້າ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຖືບົດບາດຂອງພາກເອກະຊົນ ແລະ ມານະພະຍາຍາມສ້າງຄວາມສະດວກກວ່າອີກໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດ, ເພີ່ມທະວີການຮ່ວມມືໃນພາກລັດ ແລະ ເອກະຊົນໃນພາກພື້ນ. ບັນດາປະເທດກໍເປັນເອກະພາບກັນໃນການເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ ແລະ ລະອຽດ ໃນການນຳໃຊ້, ອະນຸລັກຮັກສາ ແລະ ຄຸ້ມຄອງແຫລ່ງນ້ຳແມ່ຂອງແບບຍືນຍົງ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ:
TAG
ແມ່ຂອງ
Related





