VOV WorldVOV World
ນະຄອນ ໂຮ່ຈິມີນ ຊ່ວຍວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານແກ້ໄຂຄວາມຫຍຸ້ງຍາກ
14/06/2012 08:58
ວັນ​ທີ 13/6, ຢູ່ ນະຄອນ ​ໂຮ່ຈິ​ມີນ, ສະພາ​ປະ​ຊາ​ຊົນ ​ແລະ ພະ​ແນ​ກຖະ​ແຫລ​ງຂ່າວ - ​ສື່ສານ ນະຄອນ​ໂຮ່ຈິ​ມີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່​ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ
ນະຄອນ ໂຮ່ຈິມີນ ຊ່ວຍວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານແກ້ໄຂຄວາມຫຍຸ້ງຍາກ
 ທ່ານ Nguyen Anh Tuan, ຮອງ​ຫົວຫນ້າ​ພະ​ແນ​ກ ຖະ​ແຫລ​ງຂ່າວ ​ແລະ ສື່ສານ ນະຄອນ ​ໂຮ່ຈິ​ມີນ ​ ພາບ:internet (vovworld) - ​ ວັນ​ທີ 13/6, ຢູ່ ນະຄອນ ​ໂຮ່ຈິ​ມີນ, ສະພາ​ປະ​ຊາ​ຊົນ ​ແລະ ພະ​ແນ​ກຖະ​ແຫລ​ງຂ່າວ - ​ສື່ສານ ນະຄອນ​ໂຮ່ຈິ​ມີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່​ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ນະ​ໂຍບາຍ, ການ​ເງິນ​ກໍ​ຄື​ມາດ​ຕະການ​ກຳນົດ​ທິດ​​ໄລຍະ​ຍາວ​ເພື່ອ​ຍູ້​ແຮງ​ບັນດາ​ການ​ເຄ່ືອນ​ໄຫວ​ລົງທຶນ, ນຳ​ໃຊ້, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ການ​ພົບ​ປະ, ບັນດາ​ວິ​ສາ​ຫະກິດ​ປາດ​ຖະຫນາ​ຢາກ​​ໃຫ້ອຳນາດ​ການ​ປົກຄອງ​ນະຄອນ​ ​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ມີ​ກາລະ​ໂອກາດ​ສຳ​ພັດ​ກັບ​ບັນດາ​ໂຄງການ​ທີ່​ມີ​ຂອບ​ຂະຫນາດ​ເໝາະ​ສົມ​ກັບ​ແຕ່ລະ​ເປົ້າ​ໝາຍ​ວິ​ສາ​ຫະກິດ, ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ກູ້​ຢືມ​ທຶນ ຫລື​ ຫນູນ​ຊ່ວຍດອກ​ເບ້ຍ​ສ່ວນ​ຫນຶ່ງ​ເພ່ືອ​ໃຫ້​​ນັກ​ລົງທຶນ​ສາມາດ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ທີ່​ມີ​ລັກສະນະ​ພິ​ເສດ​​ໂດຍ​ໄວ. ທ່ານ Nguyen Anh Tuan, ຮອງ​ຫົວຫນ້າ​ພະ​ແນ​ກຖະ​ແຫລ​ງຂ່າວ ​ແລະ ສື່ສານ ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: 
TAG
ຖະແຫລງຂ່າວ