ມີສະບຽງອາຫານນັບຫຼາຍໂຕນໄດ້ແຈກຢາຍໃຫ້ປະຊາຊົນທີ່ຖືກຈຳກັດບໍລິເວນ

(ພາບ: tuoitre.vn)

ພ້ອມທັງສືບຕໍ່ການປະຕິບັດແຍກຫ່າງໃນສັງຄົມຢ່າງຂ້ຽວຂາດ, ທາງນະຄອນ ໂຮ້ຍອານ ຕົກລົງຫັກງົບປະມານ ພ້ອມກັບແຫຼ່ງເງິນສະໜັບສະໜູນຕ້ານໂລກລະບາດ ເພື່ອຊື້ສະບຽງອາຫານສະໜອງໃຫ້ 2.800 ຄົນຢູ່ 2 ຄຸ້ມຖະໜົນ ອານໂຮ້ຍ ພວມຖືກຈຳກັດບໍລິເວນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ.

ມາຮອດປະຈຸບັນ, ມີສະບຽງອາຫານນັບຫຼາຍໂຕນລວມມີ: ເຂົ້າສານ, ໝີ່, ຊີ້ນໝູ, ປາ, ຜັກສົດ… ໄດ້ແຈກຢາຍໃຫ້ປະຊາຊົນທີ່ຖືກຈຳກັດບໍລິເວນເພື່ອສະກັດກັ້ນເຊື້ອພະຍາດໂຄວິດ-19.