VOV WorldVOV World
ງານວາງສະແດງ ຫວຽດນາມ - ກຳປູເຈຍ
16/06/2012 08:57
ວັນ​ທີ 15/6 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງ, ຫໍພິພິດທະພັນ​ປະຫວັດສາດ​ການທະຫານ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​: ຫວຽດນາມ -ກຳ​ປູ​ເຈຍ ຮ່ວມ​ສຳພັນ​ສູ້​ຮົບ, ການ​ຮ່ວມ​ມື​ຮອບດ້ານ
ງານວາງສະແດງ ຫວຽດນາມ  - ກຳປູເຈຍ
ການວາງສະແດງຮູບພາບການພົວພັນຮ່ວມມື ຫວຽດນາມ - ກຳປູເຈຍ ພາບ:vietnamnet.vn (vovworld) - ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ການສະ​ເຫລີ​ມສະຫລອງ 45 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ກຳປູ​ເຈຍ (24/6/1967- 24/6/2012) ​ແລະ ປີ​ມິດຕະພາບ ຫວຽດນາມ - ກຳ​ປູ​ເຈຍ”, ວັນ​ທີ 15/6 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງ, ຫໍພິພິດທະພັນ​ປະຫວັດສາດ​ການທະຫານ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​: ຫວຽດນາມ -ກຳ​ປູ​ເຈຍ ຮ່ວມ​ສຳພັນ​ສູ້​ຮົບ, ການ​ຮ່ວມ​ມື​ຮອບດ້ານ. ​ໃນງານ​ວາງສະ​ແດງ​ຄັ້ງ​ນີ້ ​ໄດ້​​ວາງສະ​ແດ​ງຮູບ​ພາບ, ​ເອກະສານ, ວັດຖຸ​ພັນທີ່​ພົ້ນ​ເດັ່ນ ກວ່າ 300 ຢ່າງ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ໄລຍະ​ແຫ່ງ​ການ​ພັດທະນາ, ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ໃນ 45 ປີຜ່ານມາ, ສ່ອງ​ແສງ​ຄວາມ​ສາມັກຄີ​ສູ້​ຮົບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ. ທ່ານ ຫວູໝາ​ວ ອະດີດ​ຫົວຫນ້າ​ຄະນະ​ກຳມະການ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ ກຳປູ​ເຈຍ ​​ເວົ້າວ່າ:
TAG
ວາງສະແດງ