VOV WorldVOV World
ຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸສ້າງ ຫວຽດນາມ ຊົມເຊີຍຄະນະນັກຮຽນຫວຽດນາມທີ່ເຂົ້າຮ່ວມງານແຂ່ງຂັນ Olympic IT ສາກົນ 2019
13/08/2019 12:16
(VOVWORLD) -ນັກຮຽນທັງໝົດ 4 ຄົນຂອງຄະນະນັກຮຽນຫວຽດນາມ ທີ່ເຂົ້າຮ່ວມການແຂ່ງຂັນ IT ສາກົນ 2019 ລ້ວນແຕ່ຍາດໄດ້ຫຼຽນ.
ຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸສ້າງ ຫວຽດນາມ ຊົມເຊີຍຄະນະນັກຮຽນຫວຽດນາມທີ່ເຂົ້າຮ່ວມງານແຂ່ງຂັນ Olympic IT ສາກົນ 2019
        ຕອນບ່າຍວັນທີ 12 ສິງຫາ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ຫງວຽນຫືວໂດະ ໄດ້ມີໜ້າຢູ່ສະໜາມບິນສາກົນໂນ້ຍບາຍ ເພື່ອຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຄະນະນັກຮຽນຫວຽດນາມ ກັບເມືອປະເທດ ພາຍຫຼັງສໍາເລັດການແຂ່ງຂັນ IT ສາກົນ 2019. ນັກຮຽນທັງໝົດ 4 ຄົນຂອງຄະນະນັກຮຽນຫວຽດນາມ ທີ່ເຂົ້າຮ່ວມການແຂ່ງຂັນ IT ສາກົນ 2019 ລ້ວນແຕ່ຍາດໄດ້ຫຼຽນ. ໃນນັ້ນ ຍາດໄດ້ຫຼຽນຄໍາ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ. ໃນລະດູແຂ່ງຂັນ Olympic ສາກົນ ແລະ ພາກພື້ນ ປີ 2019, ຫວຽດນາມ ມີນັກຮຽນທັງໝົດ 38 ຄົນ ແລະ ລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນ ມີຫຼຽນຄໍາ 9 ຫຼຽນ, ຫຼຽນເງິນ 19 ຫຼຽນ ແລະ ຫຼຽນທອງ 9 ຫຼຽນ... ໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນໃຫ້ເຫັນຄຸນນະພາບການສຶກສາບໍາລຸງສ້າງ ແລະ ທີ່ຕັ້ງຂອງນັກຮຽນຊັ້ນມັດທະຍົມຂອງຫວຽດນາມ ໃນເວທີພູມປັນຍາສາກົນ.         ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ຫງວຽນຫືວໂດະ ໃຫ້ຮູ້ວ່າ: ບົນເນື້ອໃນຈິດໃຈມຸ່ງໄປສູ່ພື້ນຖານການສຶກສາມີຄຸນນະພາບສູງ ນັບທັງການສຶກສາສາມັນ ແລະ ການສຶກສາປາຍແຫຼມ, ກະຊວງສຶກສາ ແລະ ບໍາລຸງສ້າງຈະສືບຕໍ່ຍູ້ແຮງການພັດທະນາໂຮງຮຽນສະເພາະວິຊາ, ກໍ່ສ້າງບັນດາຮູບແບບໂຮງຮຽນມີຄຸນນະພາບສູງ, ບັນດາຂະບວນການບໍາລຸງນັກຮຽນເກັ່ງ, ສ້າງພື້ນຖານການສຶກສາມີຄຸນນະພາບສູງ. 
TAG
VOV/VOVworld/ແຂ່ງຂັນ IT/ຫຼຽນຄໍາ