
ພິທີຕັດແຖບຜ້າເປີດສະຫຼອງ
(ພາບ: Tá Chuyên/TTXV)
(vovworld) – ຕອນເຊົ້າວັນທີ 3/9, ແຂວງເງະອານ ໄດ້ຈັດຕັ້ງພິທີເປີດສະຫຼອງ ແລະນຳເຂົ້າເຄື່ອນໄຫວບາງກິດຈະກຳຈຸດສຸມນັ້ນແມ່ນ:ເສັ້ນທາງເຊື່ອມຕໍ່ທາງຫຼວງ 1A - ເມືອງເຫງັຍດ່ານ - ເທດສະບານ ທ໋າຍຮ່ວາ (ທາງຫຼວງ 48) ຍາວ 29 ກມ. ເສັ້ນທາງໄດ້ກໍ່ສ້າງສຳເລັດປະກອບສ່ວນຫລຸດຜ່ອນໄລຍະຫ່າງລະຫວ່າງບັນດາເຂດພູດອຍ, ເຊື່ອມຕໍ່ການຜະລິດ, ຈຳໜ່າຍຜະລິດຕະພັນ… ໂຄງການໂຮງງານປຸງແຕ່ງໄມ້ ແລະ ໄມ້ປອກອຸດສາຫະກຳ MDF ຂຶ້ນກັບບໍລິສັດຫຸ້ນສ່ວນ ເຄື່ອງປ່າຂອງດົງ ທ໋າງນຳ ໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວ. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາຂັ້ນ, ຂະແໜງການແຂວງ ເງະອານ ໄດ້ສູ້ຊົນປະຕິບັດສຳເລັດບັນດາກິດຈະກຳຈຸດສຸມເພື່ອເປີດສະຫຼອງ ແລະ ນຳເຂົ້າເຄື່ອນໄຫວເນື່ອງໃນໂອກາດນີ້. ບັນດາກິດຈະກຳໄດ້ນຳເຂົ້າເຄື່ອນໄຫວຈະສ້າງເງື່ອນໄຂເພື່ອໃຫ້ຊາວກະສິກອນເຂດພູດອຍແຂວງເງະອານ ຍົກສູງມູນຄ່າຜະລິດຕະພັນຂອງຕົນ.

ພິທີຕັດແຖບຜ້າເປີດສະຫຼອງ
(ພາບ: Tá Chuyên/TTXV)




