VOV WorldVOV World
ຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ
01/08/2019 10:43
(VOVWORLD) - ຕອນເຊົ້າວັນທີ 01 ສິງຫາ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 27 ກໍລະກົດ - ວັນທີ 03 ສິງຫາ.
ຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ
        ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ຕີລາຄາການຢ້ຽມຢາມ ແລະ ເຮັດວຽກຂອງຄະນະວ່າໄດ້ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ແລະ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ຕື່ມອີກ ກໍ່ຄືການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ.  ທ່ານ ຟູ່ງກວ໊ກຫ໋ຽນ  ແລະ ທ່ານ ວິໄລວົງ ບຸດດາຄຳ (ພາບ: quochoi.vn)         ສ່ວນທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ປາດຖະໜາວ່າ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ແລະ ກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນ ຮັດແໜ້ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ ລາວ - ຫວຽດນາມ.
TAG
VOV/VOVworld/ກຳ​ມາ​ທິ​ການ​/ແຜນ​ການ/ການ​ເງິນ/ກວດ​ສອບ/ລາວ