VOV WorldVOV World
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາການນນຳບັນພະບຸລຸດ
27/04/2026 06:48
[VOVWORLD] - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ອາໄລຫາບັນດາການນຳບັນພະບຸລຸດ ແລະ ຕອບບຸນແທນຄຸນບັນດາຄຸນງາມຄວາມດີທີ່ໃຫຍ່ຫຼວງ, ອຸທິດຕະຫຼອດຊີວິດໃຫ້ແກ່ພັກ, ໃຫ້ແກ່ຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາການນນຳບັນພະບຸລຸດ
Tổng Bí thư, Chủ tịch nước Tô Lâm dâng hương Chủ tịch Hội đồng Nhà nước Võ Chí Công. Ảnh: VOV ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນ, ດອກໄມ້ເຖິງ ທ່ານປະທານສະພາແຫ່ງລັດ ວໍຈິກົງ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 51 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອ​ກະ​ພາບ (30 ເມ​ສາ 1975 – 30 ເມ​ສາ 2026), ຢູ່​ນະ​ຄອນ ໂຮ່​ຈິ​ມິນ, ຕອນ​ບ່າຍ​ວັນ​ທີ 26 ເມ​ສາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໄດ້​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້ເຖິງ: ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ເລ​ຢວນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ລັດ ວໍ​ຈິ​ກົງ, ທ່ານ​ປະ​ທານ​ປະ​ເທດ ເລ​ດຶກ​ແອັງ, ທ່ານ​ປະ​ທານ​ສະ​ພາ​ລັດ​ຖະ​ມົນ​ຕີ ຟ້າມ​ຮຸ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວ​ໍ​ວັນ​ກຽດ, ຢູ່​ເຮື​ອນ​ສ່ວນ​ຕົວ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ອາ​ໄລ​ຫາ​ບັນ​ດາ​ການ​ນຳ​ບັນ​ພະ​ບຸ​ລຸດ ແລະ ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ຄຸນ​ງາມ​ຄວາມ​ດີ​ທີ່​ໃຫຍ່​ຫຼວງ, ອຸ​ທິດຕະ​ຫຼອດ​ຊີ​ວິດ​ໃຫ້​ແກ່​ພັກ, ໃຫ້​ແກ່​ຊາດ, ມີອຸ​ດົມ​ຄະ​ຕິ​ອັງ​ສູງ​ສົ່ງໃຫ້​ປະ​ເທດ​ ຫວຽດ​ນາມ ເອ​ກະ​ລາດ, ​ທ້ອນໂຮ​ມ​ປະ​ເທດ​ຊາດ ແລະ ກ້າວ​ຂຶ້​ນ​ສູ່​ສັງ​ຄົມ, ປະ​ຊາ​ຊົນ ຫວຽດ​ນາມ ດຳ​ລົງ​ຊີ​ວິດ​ຢ່າງ​ເສ​ລີ, ອີ່ມ​ໜຳ​ສຳ​ລານສົມ​ບູນ​ພູນ​ສຸກ. 260427_am_13.jpeg (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານ ເຕິນບຽນ)         ຕອນ​ເຊົ້າ​ວັນ​ທີ 27 ເມ​ສາ, ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ​ໂຕ​ເລິມ ພ້​ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານຂອງ​ສູນ​ກາງ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ເຂດ​ສຸ​ສານ ເຕິນ​ບຽນ (ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​​ໂນນ​ພູ 82).
TAG
VOV/VOVWORLD/ອຸ​ທິດ/ຕະ​ຫຼອດ/​ຊີ​ວິດ/​ພັກ