ນັກຮຽນຫວຽດນາມ 4 ຄົນ ຍາດໄດ້ລາງວັນ ຢູ່ການສອບເສັງ Olympic ຊີວະສາດ ສາກົນ |
ການສອບເສັງ “Olympic ຊີວະສາດ ສາກົນ” ຄາດວ່າຈະຈັດຕັ້ງໃນກາງເດືອນ ກໍລະກົດ, ຢູ່ນະຄອນ Nagasaki, ປະເທດ ຍີປຸ່ນ. ເຖິງຢ່າງໃດກໍ່ຕາມ, ຍ້ອນໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນ ດັ່ງນັ້ນການສອບເສັງໄດ້ປ່ຽນໄປເປັນຮູບແບບສອບເສັງທາງອອນລາຍຢູ່ມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລຮ່າໂນ້ຍ, ດ້ວຍຊື່ທີ່ວ່າ “ສິ່ງທ້າທາຍ Olympic ຊີວະສາດ ສາກົນ”.








