ຍ້ອງຍໍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍເປັນແບບຢ່າງດີເດັ່ນໃນປີ 2025
23/12/2025 10:30
(VOVWORLD) - ພິທີຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍເປັນແບບຢ່າງທີ່ດີເດັ່ນ ປີ 2025 ຈະດຳເນີນໃນລະຫວ່າງວັນທີ 26 – 27 ທັນວາ ຢູ່ຮ່າໂນ້ຍ.

ທ່ານ ຫງວຽນວັນບ້າ, ຫົວໜ້າບັນນາທິການ ໜັງສືພິມ VietnamNet, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງພິທີຍ້ອງຍໍສັນລະເສີນ ປີ 2025 ກ່າວຄຳເຫັນທີ່ການພົບປະ (ພາບ: VOV1) ທີ່ການພົບປະກັບສື່ມວນຊົນກ່ຽວກັບເຫດການໂດຍ ກະຊວງຊົນເຜົ່າ ແລະ ສາສະໜາຈັດຂຶ້ນໃນຕອນບ່າຍວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ ລາຍການເພື່ອແນໃສ່ຍ້ອງຍໍສັນລະເສີນ, ສົ່ງເສີມຈິດໃຈມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອບັນລຸໄດ້ຜົນງານດີເດັ່ນ ໃນການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມຂອງນັກຮຽນ, ນັກສຶກສາ ແລະ ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ… ທ່ານ ຫງວຽນວັນບ້າ, ຫົວໜ້າບັນນາທິການ ໜັງສືພິມ VietnamNet, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງພິທີຍ້ອງຍໍສັນລະເສີນ ປີ 2025 ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດໃນ ການເຊີດຊູ 12 ຄັ້ງທີ່ມີຜູ້ຕາງໜ້າຂອງນັກຮຽນ, ນັກສຶກສາ 52 ຊົນເຜົ່າເຂົ້າຮ່ວມ. ທີສອງແມ່ນເປົ້າໝາຍໄດ້ຮັບການຍ້ອງຍໍໃນປີນີ້ຍັງເພີ່ມເຕີມນັກສຶກສາຮຽນເສັງຈົບການສຶກສາໄດ້ທີໜຶ່ງ. ທີສາມ, ການຍ້ອງຍໍໃນປີນີ້ ມີນັກສຶກສາ, ນັກຮຽນ, ຊາວໜຸ່ມຫຼາຍຄົນມີຜົນງານພົ້ນເດັ່ນ.
TAG
VOV/VOVworld/ນັກສຶກສາ/ນັກຮຽນ/ຊົນເຜົ່າ
Related





