(ພາບປະກອບ: VOV) |
ເປັນຄັ້ງທຳອິດ ລາຍການຖືກຈັດຂຶ້ນດ້ວຍຈຸດປະສົງຍ້ອງຍໍຊົມເຊີຍ, ເຊີດຊູບັນດາຄອບຄົວໜຸ່ມ ເປັນຕົວແບບດີເດັ່ນ; ກໍ່ສ້າງ; ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງຄອບຄົວຫວຽດນາມ; ເພີ່ມທະວີຄວາມຮັບຮູ້ ກ່ຽວກັບບົດບາດທີ່ຕັ້ງ, ຄວາມຮັບຜິດຊອບຂອງຄອບຄົວທີ່ມີຕໍ່ການພັດທະນາຂອງສັງຄົມ.
22 ຄອບຄົວດີເດັ່ນທີ່ໄດ້ຮັບການຍ້ອງຍໍຊົມເຊີຍ “ຄອບຄົວໜຸ່ມດີເດັ່ນ” ປີ 2020 ລ້ວນແຕ່ແມ່ນຄອບຄົວໜຸ່ມໃນເກນອາຍຸບໍ່ເກີນ 35 ປີ ໄດ້ຮັບໃບຍ້ອງຍໍຄອບຄົວວັດທະນະທຳ ໄລຍະ 2017 – 2019 ຈາກອຳນາດການປົກຄອງ ແລະ ໄດ້ຮັບການຮັບຮູ້ຈາກມະຫາຊົນ.







