ທ່ານ ຫງວຽນເຈືອງເຊີນຮອງລັດຖະມົນຕີກະຊວງສາທາລະນະສຸກເຂົ້າໂຮງໝໍລະດົມກຳລັງໃຈໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid - 19 (ພາບ: Suckhoedoisong) |
ມີ 2 ຄົນໃນຈຳນວນ 5 ຄົນດັ່ງກ່າວແມ່ນມາ ຈາກຕ່າງປະເທດເຂົ້າເມືອງຫວຽດນາມ ໃນໄລຍະເວລາແຕ່ວັນທີ 21 – 23 ມີນາ 2020, ເຊິ່ງໄດ້ແຍກຕົວໃນທັນທີພາຍຫຼັງເຂົ້າເມືອງ. ສ່ວນ 3 ຄົນທີ່ຍັງເຫຼືອແມ່ນຕິດແປດຈາກບັນດາຄົນເຈັບທີ່ມີຜົນກວດຕິດເຊື້ອພະຍາດ Covid – 19.
ປັດຈຸບັນບັນດາຜູ້ຕິດເຊື້ອພະຍາດ Covid -19 ພວມໄດ້ຮັບການແຍກຕົວປິ່ນປົວຢູ່ຕ່າງຫາກ ແລະ ເຂົາເຈົ້າລ້ວນແຕ່ມີອາການສຸຂະພາບເປັນປົກກະຕິ.






