ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 212 ປີ​ແຫ່ງວັນ​ຊາດ​ລາ​ຊະ​ອາ​ນາ​ຈັກ ນອກ​ແວ (17/5/1814-17/5/2026), ວັນ​ທີ 17 ພຶດ​ສະ​ພາ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ສານ​ໂທ​ລະ​ເລກອວຍ​ພອນໄປ​ຍັງ ກະ​ສັດ Harald V, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອ​ນ​ໄປ​ຍັງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Jonas Gahr Store, ທ່ານ ເຈິ່ນ​ແທັງ​ເໝິ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ໄປ​ຍັງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Masud Gharahkhani. ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ​ໄປ​ຍັງ​ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ Espen Barth Eide.