ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດປະຊາຊົນ ຈີນ ຄົບຮອບ 77 ປີ (01 ຕຸລາ 1949 - 01 ຕຸລາ 2026), ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ, ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ແລະ ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ໄດ້ສົ່ງໂທລະເລກຊົມເຊີຍເຖິງ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສປ ຈີນ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີ, ທ່ານ ຈາວເລືອຈີ ປະທານຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດ, ແລະ ທ່ານ ໄຄຊີ ສະມາຊິກຄະນະກຳມະການຄະນະປະຈຳກົມການເມືອງ, ເລຂາທິການຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ.
ໃນໂທລະເລກຊົມເຊີຍ, ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດການປັບປຸງ ແລະ ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືກັບ ຈີນ ຢ່າງຮອບດ້ານ ແມ່ນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ເປັນທາງເລືອກຍຸດທະສາດ ແລະ ໃຫ້ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ, ການນຳພັກ, ລັດ ຫວຽດນາມ ຢືນຢັນຄວາມພ້ອມທີ່ຈະພ້ອມກັບການນຳພັກ ແລະ ລັດ ຈີນ ຮັກສາການແລກປ່ຽນຢ່າງເປັນປະຈຳ, ເພີ່ມທະວີການກຳນົດທິດຍຸດທະສາດ, ຜ່ານນັ້ນ ກໍ່ເຮັດໃຫ້ການພົວພັນຮ່ວມມືຍຸດທະສາດຮອບດ້ານມີຄວາມເລິກເຊິ່ງ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດຢູ່ລະດັບສູງກວ່າໃນໄລຍະໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ, ກໍຄືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.





