ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມເປັນປະທານກອງປະຊຸມ

(ພາບ: qdnd.vn)

ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາອົງການສຳນັກງານທີ່ເປັນເຈົ້າການ, ຕັ້ງໜ້າ, ຜັນຂະຫຍາຍບັນດາເນື້ອໃນວຽກງານກະກຽມໃຫ້ປີ ປະທານອາຊຽນ 2020 ໂດຍໄວນັ້ນ, ທ່ານພົນເອກໂງຊວັນລິກ ເນັ້ນໜັກວ່າ ເລື່ອງດຳລົງຕຳແໜ່ງ ປະທານອາຊຽນ 2020 ມີຄວາມໝາຍດ້ານການເມືອງສຳຄັນ, ເປັນການຢັ້ງຢືນເຖິງຖານະບົດບາດ, ທີ່ຕັ້ງຂອງກອງທັບປະຊາຊົນ ຫວຽດນາມໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດລວມໃນປີ ປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານລັດຖະມົນຕີ ໂງຊວັນລິກ ຮຽກຮ້ອງໃຫ້ທົ່ວກອງທັບເພີ່ມທະວີການຊາບຊືມກ່ຽວກັບຈຸດປະສົງ, ຄວາມໝາຍຂອງ ເລື່ອງກະຊວງການຕ່າງປະເທດເປັນປະທານຈັດຕັ້ງກອງປະຊຸມ ແລະ ເຄື່ອນໄຫວການທະຫານ, ການປ້ອງກັນຊາດ ໃນປີ 2020 ເມື່ອຫວຽດນາມດຳລົງຕຳແໜ່ງປະທານອາຊຽນ.