ປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຈະມີມາດຕະການແກ້ໄຂກ່ຽວກັບ Greenland ທີ່ທັງ ອາເມລິກາ ແລະ NATO ມີຄວາມເພິ່ງພໍໃຈ
21/01/2026 08:35
(VOVWORLD) - ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບອະນາຄົດຂອງ Greenland, ໝູ່ເກາະປົກຄອງດ້ວຍຕົນເອງຂອງ ແດນມາກ. ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ຈະໂນ້ມນ້າວໃຈປະຊາຊົນ Greenland ໄດ້ວ່າ ເຂົາເຈົ້າຈະມີຄວາມຜາສຸກຖ້າກາຍເປັນສ່ວນໜຶ່ງຂອງ ອາເມລິກາ.

ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວໃນວັນທີ 20 ມັງກອນ ຢູ່ທຳນຽບຂາວ ເນື່ອງໃນໂອກາດຄົບຮອບ 1 ປີ ກັບມາກຳອຳນາດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບອະນາຄົດຂອງ Greenland, ໝູ່ເກາະປົກຄອງດ້ວຍຕົນເອງຂອງ ແດນມາກ. ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ຈະໂນ້ມນ້າວໃຈປະຊາຊົນ Greenland ໄດ້ວ່າ ເຂົາເຈົ້າຈະມີຄວາມຜາສຸກຖ້າກາຍເປັນສ່ວນໜຶ່ງຂອງ ອາເມລິກາ. ທັດສະນະຂອງທ່ານປະທານາທິບໍດີ ອາເມິລກາ ໄດ້ຍົກອອກມາໃນສະພາບການທີ່ທ່ານຈະໄປປະຕິບັດງານຢູ່ Davos, ສະວິດ ເພື່ອເຂົ້າຮ່ວມເວທີປາໄສເສດຖະກິດໂລກ. ຢູ່ Davos, ທ່ານປະທານາທິບໍດີ Donald Trump ກໍຈະພົບປະກັບບັນດາສຳພັນທະມິດ NATO. ທ້າຍອາທິດຜ່ານມາ, ທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີ 10% ສຳລັບ ແດນມາກ ແລະ 7 ປະເທດສະມາຊິກ NATO ອື່ນອີກ ຍ້ອນຄັດຄ້ານ ອາເມລິກາ ໃນບັນຫາກ່ຽວຂ້ອງເຖິງ Greenland. ພ້ອມດຽວກັນນັ້ນ, ຝ່າຍ ອາເມລິກາ ໄດ້ຖະແຫຼງເປັນຫຼາຍຄັ້ງວ່າ ຈະບໍ່ຍົກເວັ້ນກໍລະນີນຳໃຊ້ກຳລັງປະກອບອາວຸດເພື່ອຢຶດເອົາດິນແດນນີ້ຈາກ ແດນມາກ.
TAG
VOV/VOVworld/ອະນາຄົດຂອງ Greenland/ອາເມລິກາ/NATO
Related





