ປະທານປະເທດ ສປ.ຈີນ ສີຈິ້ນຜິງ ຕ້ອນຮັບປະທານາທິບໍດີ ສ.ເກົາຫຼີ ມູນແຈອິນ
24/12/2019 09:17
(VOVWORLD) -ພາຍຫຼັງໄປເຖິງ ນະຄອນຫຼວງປັກກິ່ງ, ຕອນເຊົ້າວັນທີ 23 ທັນວາ, ທ່ານ ມູນແຈອິນປະທານາທິບໍດີ ສ.ເກົາຫຼີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ.

ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເນັ້ນໜັກວ່າ: ສອງປະເທດຄວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດມີຄວາມເລິກເຊິ່ງແລະພັດທະນາ, ພິຈາລະນາເຖິງຜົນປະໂຫຍດສຳຄັນຕົ້ນຕໍແລະຄວາມເອົາໃຈໃສ່ເຊິ່ງກັນແລະກັນທີ່ສຸດ, ຊຸກຍູ້ສາຍພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານ ສີຈິ້ນຜິງ ຖືວ່າສອງຝ່າຍຕ່າງກໍ່ຢຶດໝັ້ນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ, ວາງແຜນນະໂຍບາຍໃນການແກ້ໄຂບັນຫາດັ່ງກ່າວໂດຍຜ່ານການເຈລະຈາ. ຈີນຈະໃຫ້ການສະໜັບສະໜູນສ.ເກົາຫຼີໃນການສືບຕໍ່ປັບປຸງສາຍພົວພັນກັບສ.ປປເກົາຫຼີແລະສືບຕໍ່ເປັນກຳລັງໜູນຕື່ມອີກໃຫ້ແກ່ຂະບວນວິວັດການເຈລະຈາສັນຕິພາບກ່ຽວກັບບັນຫາຢູ່ແຫຼມເກົາຫຼີ. ທ່ານ ມູນແຈອິນ ປະທານາທິບໍດີ ສ.ເກົາຫຼີ, ມີຄວາມປາດຖະໜາຢາກເປີດກວ້າງການຮ່ວມມືກັບຈີນໃນບັນດາຂົງເຂດເສດຖະກິດການຄ້າ, ວັດທະນະທຳ, ກິລາແລະການຮັກສາສິ່ງແວດລ້ອມ… ແລະພ້ອມແລ້ວທີ່ຈະສືບຕໍ່ຮ່ວມກັບຈີນ ໃນການເພີ່ມທະວີການແລກປ່ຽນສົມທົບກັນໃນບັນດາບັນຫາຢູ່ພາກພື້ນແລະສາກົນ, ໃນນັ້ນ, ມີຂະບວນວິວັດສັນຕິພາບຢູ່ ແຫຼມເກົາຫຼີ.
TAG
VOV/VOVworld/ແຫຼມເກົາຫຼີ/ປະທານາທິບໍດີ ສ.ເກົາຫຼີ/ຈີນ
Related





