ທ່ານນາງ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍຂອງ ນາຍົກລັດຖະມົນຕີ ໃຫ້ແກ່ສ່ວນບຸກຄົນທີ່ມີຜົນງານດີເດັ່ນ

ທີ່ພິທີ, ທ່ານ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມີບົດກ່າວປາໄສຫວນຄືນບັນດາໜ້າປະຫວັດສາດທີ່ອົງອາດກ້າຫານຂອງປະເທດຊາດ, ທ່ານຢັ້ງຢືນການກຳເນີດສະພາແຫ່ງຊາດຫວຽດນາມ ທັງແມ່ນໝາກຜົນ, ທັງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງການປະຕິວັດ. ສະພາແຫ່ງຊາດແມ່ນສັນຍາລັກຂອງ ເອກະລາດແຫ່ງຊາດ, ແມ່ນກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເກືອບ 75 ປີທີຜ່ານມາ, ຍາມໃດສະພາແຫ່ງຊາດກໍ່ຮ່ວມເດີນທາງພ້ອມກັບບັນດາບາດກ້າວພັດທະນາຂອງຊາດ, ນັບມື້ນັບປະຕິບັດບົດບາດເປັນອົງການຕົວແທນສູງສຸດຂອງປະຊາຊົນ, ເປັນອົງການທີ່ມີສິດອຳນາດສູງສຸດຂອງ ປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃຫ້ດີກ່ວາອີກ.

ແລະກໍ່ໃນພິທີ, ທ່ານນາງ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍຂອງ ນາຍົກລັດຖະມົນຕີໃຫ້ແກ່ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວິວັດທະນາການປະຕິບັດໜ້າທີ່ວຽກງານ, ປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.